ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ ມີກຳລັງຕິດຕັ້ງ 410 MW. ລັກສະນະການອອກແບບຂອງໂຄງການແມ່ນຕັນເອົານ້ຳຈາກຫ້ວຍໝາກຈັນ, ເຊປຽນ ແລະ ເຊນ້ຳນ້ອຍ ໂດຍສົ່ງຕໍ່ນ້ຳຜ່ານອຸມົງ, ຄອງສົ່ງນ້ຳ ເຂົ້າໃສ່ອຸມົງປາກນ້ຳເຂົ້າທີ່ຕັ້ງຢູ່ເມືອງປາກຊ່ອງ ພູພຽງບໍລະເວນ ແຂວງຈຳປາສັກ ແລ້ວອວ່າຍນ້ຳລົງສູ່ໂຮງຈັກໄຟຟ້າ ທີ່ເມືອງສາມັກຄີໄຊ ແຂວງອັດຕະປື.
ຍ້ອນມີຄວາມເປັນໄດ້ຂອງໂຄງການ ລັດຖະບານ ສປປ ລາວ ຈຶ່ງຕົກລົງເຫັນດີໃຫ້ມີການສຳຫຼວດທາງດ້ານເສດຖະກິດເຕັກນິກ ລວມທັງປະເມີນຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມ ໂດຍບໍລິສັດ Colenco Power Energy Co., Ltd ມາແຕ່ປີ 2005 ຈົນເຖິງປີ 2007 ຈຶ່ງໄດ້ສຳເລັດເອກະສານປະເມີນການສຳຫຼວດ-ອອກແບບຂອງໂຄງການ.
ເນື່ອງຈາກເງື່ອນໄຂ ແລະ ຄວາມເປັນໄປໄດ້ ທາງດ້ານພູມປະເທດທີ່ເໝາະສົມ ຈຶ່ງເຮັດໃຫ້ເກີດມີການພັດທະນາໂຄງການໄຟຟ້າ ໃນເຂດບໍລິເວນ ສອງແຂວງນີ້ຂຶ້ນ ໂດຍເງື່ອນໄຂຈາກສາມແມ່ນ້ຳທີ່ເອີ້ນກັນວ່າ ເຊປຽນ-ເຊນ້ຳນ້ອຍ ແລະ ຫ້ວຍ ໝາກຈັນ ທີ່ມີລະດັບນ້ຳຕົກແຕກຕ່າງກັນ ຈາກອ່າງລົງໃສ່ກົງຫັນທີ່ໂຮງຈັກໄຟຟ້າສູງເຖິງ 600 ມ, ຊຶ່ງຖືກຈັດເຂົ້າໃນໂຄງການບູລິມະສິດຂອງລັດຖະບານ ສປປ ລາວ ກ່ຽວກັບການພັດທະນາ ຂະແໜງໄຟຟ້ານ້ຳຕົກ ແບບຢືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ-ສັງຄົມ.
ໂຄງການສາມາດຜະລິດກະແສໄຟຟ້າໄດ້ 1.879 Gwh/ປີ. ໂຄງການດັ່ງກ່າວສົ່ງອອກໄຟຟ້າ 90% ຂອງພະລັງງານໄຟຟ້າໄປສູ່ປະເທດໄທພາຍໃຕ້ສັນຍາຊື້-ຂາຍໄຟຟ້າລະຫວ່າງ PNPC ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ສ່ວນທີ່ເຫຼືອ 10% ແມ່ນຊົມໃຊ້ພາຍໃນປະເທດ ຕາມສັນຍາຊຶ້-ຂາຍໄຟຟ້າ ລະຫວ່າງ PNPC ແລະ ລັດວິສາຫະກິດໄຟຟ້າລາວ.
PNPC ຈະດຳເນີນການຜະລິດ ແລະ ບໍລິຫານໂຄງການໃນຊ່ວງໄລຍະສຳປະທານ 27 ປີ ຫລັງຈາກ COD ໃນເດືອນ ທັນວາ ປີ 2019. ພາຍຫຼັງ ໝົດອາຍຸການສຳປະທານແລ້ວ PNPC ຈະມອບໂອນກຳມະສິດເປັນຂອງລັດຖະບານລາວ.
ໂຄງການໄຟຟ້າເຊປຽນ - ເຊນ້ຳນ້ອຍ ຕັ້ງຢູ່ 2 ແຂວງຄື: ຈຳປາສັກ ແລະ ອັດຕະປື ທາງພາກໃຕ້ ຂອງ ສປປ ລາວ. ໂຄງການປະກອບມີ 3 ເຂື່ອນ: ຫ້ວຍໝາກຈັນ, ເຊປຽນ ແລະ ເຊນ້ຳນ້ອຍ, ເຂື່ອນໃຫຍ່ຂອງໂຄງການ ແລະ ໂຄງສ້າງສຳຄັນອື່ນໆແມ່ນຕັ້ງຢູ່ແຂວງຈຳປາສັກ. ສ່ວນໂຮງຈັກໄຟຟ້າ, ຄອງສົ່ງນ້ຳທ້າຍໂຮງຈັກໄຟຟ້າ ແລະ ສະຖານີໄຟຟ້າ ແມ່ນຕັ້ງຢູ່ແຂວງອັດຕະປື.
- ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງບໍລິສັດ SK Engineering Construction (SKEC) ກັບ ບໍລິສັດ Korea Western Power ຈຳກັດ (KOWEPO) ໃນວັນທີ 19 ເດືອນ ກໍລະກົດ ປີ 2005 ແລະ ບົດບັນທຶກຄວາມເຂົ້າໃຈ ກັບລັດຖະບານແຫ່ງ ສປປ ລາວ (GOL) ໃນວັນທີ 3 ສິງຫາ 2006;
- ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານແຫ່ງ ສປປ ລາວ (GOL) ແລະ ບໍລິສັດ SK Engineering Construction (SKEC) ແລະ ສຳນັກງານຕົວແທນບໍລິສັດ Korea Western Power Co. , Ltd (KOWEPO) ປະຈຳລາວໃນວັນທີ 25 ພຶດສະພາ 2007.
* ສັດສ່ວນຄ່າໃຊ້ຈ່າຍໃນການພັດທະນາ SKEC: KOWEPO: RATCH = 34%: 33%: 33%. ການອະນຸມັດການສຶກສາຄວາມເປັນໄປໄດ້ຈາກລັດຖະບານແຫ່ງ ສປປ ລາວ ໃນວັນທີ 4 ມັງກອນ 2008.
* ສັນຍາພັດທະນາໂຄງການ (PDA) ໄດ້ເຊັນເປັນເວລາ 18 ເດືອນໃນວັນທີ 14 ພະຈິກ 2008.
* ສັນຍາຜູ້ຖືຮຸ້ນ ໃນວັນທີ 15 ມິຖຸນາ 2011.
* ສັນຍາສຳປະທານລະຫວ່າງ PNPC ແລະ ລັດຖະບານລາວໄດ້ລົງນາມໃນວັນທີ 19 ຕຸລາ 2012.
* ວັນປິດການລະດົມທຶນໃນວັນທີ 6 ກຸມພາ 2014.
* ສັນຍາຊື້ໄຟຟ້າ PNPC-EDL ໄດ້ເຊັນກັນໃນວັນທີ 10 ພຶດສະພາ 2013.
* ສັນຍາຊື້ໄຟຟ້າ PNPC-EGAT ໄດ້ເຊັນກັນໃນວັນທີ 6 ກຸມພາ 2013.
ນັບຕັ້ງແຕ່ ບໍລິສັດ SK ໄດ້ສ້າງຕັ້ງຂື້ນໃນປີ 1977 ແມ່ນມີຄວາມເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ມີສະຖຽນລະພາບ ມີຄວາມສາມາດໃນການຄຸ້ມຄອງການກໍ່ສ້າງໂຄງການທີ່ດີເລີດໃນຂົງເຂດຕ່າງໆ ລວມທັງພື້ນຖານໂຄງລ່າງແຫ່ງຊາດ, ທີ່ຢູ່ອາໃສ, ໂຮງງານຜະລິດເຄື່ອງເອເລັກໂທຣນີກເປັນມິດກັບສິ່ງແວດລ້ອມ ແລະ ໂຮງໄຟຟ້ານິວເຄຼຍ.
ບໍລິສັດ Ratchaburi ເປັນບໍລິສັດລົງທຶນຊັ້ນນຳໃນທຸລະກິດຜະລິດໄຟຟ້າໃນປະເທດໄທ, ໄດ້ຖືກສ້າງຕັ້ງຂື້ນໃນວັນທີ 7 ມີນາ 2000. ປະຈຸບັນບໍລິສັດໄດ້ລົງທະບຽນເງິນທຶນ 14.500 ລ້ານບາດ. ບໍລິສັດໄດ້ລົງທະບຽນຢູ່ໃນຕະຫລາດຫລັກຊັບແຫ່ງປະເທດໄທ (SET) ພາຍໃຕ້ເຄື່ອງໝາຍການຄ້າ "RATCH".
ບໍລິສັດ Korea Western Power (KOWEPO) ເປັນຜູ້ປະດິດສ້າງ ແລະ ຜູ້ສະໜອງ ທາງດ້ານອຸດສາຫະກຳພະລັງງານໃນ ສ.ເກົາຫຼີໃນສະຕະວັດທີ 21 ຊຶ່ງໄດ້ເລີ່ມທຸລະກິດດ້ານພະລັງງານໃນເດືອນ ເມສາ 2001. KOWEPO ມີການຄຸ້ມຄອງກຳລັງການຜະລິດພະລັງງານປະມານ 13% ຂອງກຳລັງການຜະລິດແຫ່ງຊາດ, ສ.ເກົາຫຼີ.
ລັດວິສາຫະກິດຖືຮຸ້ນລາວ (ລຮລ) ແມ່ນບໍລິສັດ ຂອງລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກຸມພາ ປີ 2005, ຊຶ່ງຕາງໜ້າໂດຍກະຊວງການເງິນ. ລຮລ ມີໜ້າທີ່ຕົ້ນຕໍໃນການເຂົ້າຮ່ວມລົງທຶນກັບນັກລົງທຶນຕ່າງປະເທດ ເພື່ອພັດທະນາບັນດາໂຄງການໄຟຟ້າ ແລະ ຂົນຂວາຍແຫຼ່ງທຶນມາປະກອບເປັນເງິນຮຸ້ນຂອງຕົນ, ຄຸ້ມຄອງບໍລິຫານໂຄງການຮ່ວມກັບຂາຮຸ້ນ ໃນບໍລິສັດໄຟຟ້ານ້ຳເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້ານ້ຳງຽບ 1 ແລະ ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ. ພ້ອມດຽວກັນນີ້ ລຮລ ຍັງໄດ້ຖືກມອບໝາຍໃຫ້ດໍາເນີນທຸລະກິດຂາຍຂີ້ເທົ່າລອຍທີ່ເກີດຈາກຂະບວນການເຜົາໄໝ້ຖ່ານຫີນເພື່ອຜະລິດກະແສໄຟຟ້າໃນໂຄງການໄຟຟ້າຄວາມຮ້ອນຫົງສາ ໂດຍການມອບໝາຍຈາກ ລັດຖະບານ. www.laoholding.com
ຈຸດວັດແທກ | ລະດັບນ້ຳ masl | ການຜະລິດໄຟຟ້າຂາຍໃຫ້ EGAT GWh(GWh) | ການຜະລິດໄຟຟ້າຂາຍໃຫ້ EDL GWh | ທຽບໃສ່ແຜນປີ (%) | ແຜນການຜະລິດປີ 2021 GWh | ||||||||||
ປະຈຸບັນ | ອາທິດຜ່ານມາ | ລະດັບນໍ້າໃນອ່າງ | ລະດັບສັນເຂື່ອນ | ອາທິດນີ້ | ອາທິດຜ່ານມາ | ສະສົມຮອດ ປະຈຸບັນ | ອາທິດນີ້ | ອາທິດຜ່ານມາ | ສະສົມ ຮອດ ປັດຈຸບັນ | EGAT | EDL | EGAT | EDL | ||
ສູງສຸດ) | ຕໍ່າສຸດ | ||||||||||||||
ເຂື່ອນເຊນ້ຳນ້ອຍ | 785,26 | 785,74 | 788,5 | 760 | 798,5 | 26,15 | 14,76 | 1.611,06 | 5,86 | 6,41 | 84,94 | 98 | 56,61 | 1.644 | 150,03 |
ເຂື່ອນເຊປຽນ | 785,62 | 786,3 | 791,5 | 776 | 794 | ||||||||||
ເຂື່ອນຫ້ວຍໝາກຈັນ | 813,94 | 807,6 | 819 |