ການຈັດຫາເງິນທຶນ

ໂທລະສັບ(865-21)263805-06

ການຈັດຫາເງິນທຶນ

ການຈັດຫາເງິນທຶນຂອງລັດຖະບານ ສປປ ລາວ ເພື່ອມາປະກອບເປັນເງິນຮຸ້ນຂອງ ລຮລ ໃນໂຄງການຕ່າງໆ ດັ່ງນີ້:
ໂຄງການເຂື່ອນໄຟຟ້ານໍ້າເທີນ 2.
ໃນບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດ (NTPC), ຜູ້ສະໜອງເງິນຮຸ້ນໃຫ້ລັດຖະບານລາວປະກອບມີ ADB ແລະ EIB, ຜູ້ຊ່ວຍເຫຼືອລ້າມີ AFD ແລະ IDA. ກະຊວງການເງິນ ຕ່າງໜ້າລັດຖະບານໃຫ້ເງິນກູ້ຢື່ມຕໍ່ ລຮລ ເພື່ອປະກອບເປັນທຶນຮຸ້ນ 25% ໃນບໍລິສັດໄຟຟ້ານໍ້າເທີນ 2. ເມື່ອ NTPC ສ້າງລາຍໄດ້ຈາກການຂາຍໄຟຟ້າ, NTPC ຈະແບ່ງເງິນປັນຜົນກຳໄລໃຫ້ ລຮລ ແລະ ຜູ້ຖືຮຸ້ນອື່ນໆຕາມຊັດສ່ວນປະກອບຮຸ້ນ. ລຮລ ຈະນຳໃຊ້ລາຍໄດ້ເງິນປັນຜົນນີ້ ເພື່ອຄຸ້ມຄອງບໍລິຫານ ແລະດຳເນີນງານຂອງ ລຮລ ລວມທັງຈ່າຍໜີ້ເງິນກູ້ ແລະ ຄ່າອາກອນລາຍໄດ້ຕ່າງໆໃຫ້ແກ່ກະຊວງການເງິນ. ບາງສ່ວນຂອງຜົນກຳໄລ ລຮລ ມີສິດທີ່ຈະສະຫງວນເປັນກອງທຶນສະສົມຕາມກົດໝາຍ ສປປ ລາວ. ກະຊວງການເງິນ ໃນຖານະຜູ້ກູ້ຢືມຈະຈ່າຍໜີ້ເງິນກູ້ໃຫ້ ADB ແລະ EIB ຕາມສັນຍາເງິນກູ້. ເງິນຄ່າພາກຫຼວງ ແລະ ອາກອນລາຍໄດ້ຂອງ NTPC ຈະຕ້ອງຈ່າຍໂດຍກົງໃຫ້ແກ່ລັດຖະບານ, ສໍາລັບອາກອນລາຍໄດ້ສ່ວນບຸກຄົນຈະຕ້ອງໄດ້ຈ່າຍໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ. ເງິນກູ້ ແລະ ເງິນຊ່ວຍເຫຼືອລ້າ ທີ່ລັດຖະບານ ໄດ້ມາຈາກແຫຼ່ງຕ່າງໆທີ່ກ່າວມາຂ້າງເທີງນັ້ນແມ່ນສະກຸນເງິນໂດລາສະຫະລັດ.
ບັນດາຜູ້ສະໜອງທຶນຮຸ້ນ ໄດ້ໃຫ້ລັດຖະບານລາວຮັບຮອງ ແລະ ຈັດຕັ້ງປະຕິບັດບັນດາໂຄງການ ເພື່ອຫຼຸດຜ່ອນຄວາມທຸກຍາກ, ແຜນວຽກດ້ານສິ່ງແວດລ້ອມ ແລະ ໂຄງການພັດທະນາເສດຖະກິດ - ສັງຄົມ. ການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນການຈັດຕັ້ງປະຕິບັດໄດ້ຖືກກໍານົດໄວ້ໃນກອບສັນຍາຂອງໂຄງການ.
ຜູ້ໃຫ້ເງິນກູ້ ແລະ ເງິນຊ່ວຍເຫຼືອລ້າຈາກສະຖາບັນການເງິນ ໄດ້ມີເງື່ອນໄຂການນໍາໃຊ້ເງິນລະບຸໄວ້ໃນສັນຍາ ເຊັ່ນ: ທຶນຊ່ວຍເຫຼືອລ້າ NTSEP ຂອງທະນາຄານໂລກ ແມ່ນໃຊ້ເຂົ້າໃນວຽກງານທາງດ້ານສິ່ງແວດລ້ອມ-ສັງຄົມ. ສໍາລັບແຫຼ່ງເງິນກູ້ອື່ນໆ ຈະຕ້ອງຕອບສະໜອງດ້ານການເງິນຂອງໂຄງການກ່ຽວກັບ ການຈັດຊື້-ຈັດຈ້າງ ແລະ ການບໍລິຫານຕ່າງໆຂອງໂຄງການ, ດັ່ງນັ້ນ, ທຸກໆການນໍາໃຊ້ເງິນທຶນຕ້ອງໄປຕາມຈຸດປະສົງຂໍ້ກຳນົດ ແລະ ເງື່ອນໄຂ ທີ່ລະບຸໄວ້ໃນສັນຍາຂອງແຕ່ລະສະຖາບັນການເງິນ ແລະ ບໍ່ສາມາດເອົາໄປໃຊ້ຈ່າຍໃນເງື່ອນໄຂອື່ນໄດ້.

ໂຄງການໄຟຟ້າຄວາມຮ້ອນຫົງສາ
ລຮລ ຖືຮຸ້ນໃນໂຄງການໄຟຟ້າຄວາມຮ້ອນຫົງສາ ປະກອບມີ: ພາກໂຮງໄຟຟ້າ 20% ແລະ ພາກບໍ່ແຮ່ 25%. ມູນຄ່າທັງໝົດຂອງໂຄງການແມ່ນ 3.710 ລ້ານໂດລາສະຫະລັດ, ໃນນັ້ນເງິນກູ້ຂອງບໍລິສັດໂຄງການ 2.782,5 ລ້ານໂດລາສະຫະລັດ ແລະ ທຶນປະກອບຮຸ້ນ 927,5 ລ້ານໂດລາສະຫະລັດ ໂດຍອີງໃສ່ອັດຕາສ່ວນເງິນກູ້ຂອງບໍລິສັດໂຄການ ແລະ ເງິນທຶນປະກອບຮຸ້ນ ແມ່ນ 75/25. ລຮລ ປະກອບທຶນຮຸ້ນຈໍານວນ 185 ລ້ານໂດລາສະຫະລັດ. ແຫຼ່ງທຶນຮຸ້ນແມ່ນໄດ້ມາຈາກທະນາຄານກຸງໄທ (KTB) ຈໍານວນ 150 ລ້ານໂດລາສະຫະລັດ ແລະ ທະນາຄານອອມສິນຂອງປະເທດໄທ (GSB) ຈໍານວນ 70 ລ້ານໂດລາສະຫະ ລັດ ລວມທັງໝົດ 220 ລ້ານໂດລາສະຫະລັດ. ວັນທີ 31 ພຶດສະພາ 2011 ລຮລ ໄດ້ເຊັນສັນຍາກູ້ຢືມເງິນຕໍ່ຈາກກະ ຊວງການເງິນ ຕາມຈໍານວນທີ່ລັດຖະບານໄດ້ກູ້ຢືມນໍາທະນາຄານກຸງໄທ (KTB) 150 ລ້ານໂດລາສະຫະລັດ ແລະ ທະນາ ຄານອອມສິນຂອງປະເທດໄທ 2.380 ລ້ານບາດ.

ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ
ລຮລ ຖືຮຸ້ນ 24% ໃນບໍລິສັດໄຟຟ້າເຊປຽນ - ເຊນໍ້ນ້ອຍຈໍາກັດ. ມູນຄ່າທັງໝົດຂອງໂຄງການ 1.020 ລ້ານໂດລາສະຫະລັດ, ໃນນັ້ນປະກອບດ້ວຍເງິນກູ້ຢືມຂອງບໍລິສັດໂຄງການ 714 ລ້ານໂດລາສະຫະລັດ ແລະ ເງິນທຶນປະກອບຮຸ້ນ 306 ລ້ານໂດລາສະຫະລັດ ໂດຍອີງໃສ່ອັດຕາສ່ວນເງິນກູ້ຂອງບໍລິສັດໂຄງການ ແລະ ທຶນປະກອບຮຸ້ນແມ່ນ 70/30. ລຮລ ປະກອບທຶນຮຸ້ນຈໍານວນ 73,44 ລ້ານໂດລາສະຫະລັດ. ວັນທີ 27 ຕຸລາ 2015 ລຮລ ໄດ້ເຊັນສັນຍາກູ້ຢືມເງິນຕໍ່ຈາກລັດຖະບານທີ່ໄດ້ຈາກແຫຼ່ງທຶນເງິນກູ້ທະນາຄານສົ່ງອອກ-ນຳເຂົ້າ ສ. ເກົາຫຼີ (EDCF) ຈຳນວນເງິນ 80,8 ລ້ານໂດລາສະຫະລັດ ແລະ ທະນາຄານກຸງໄທ (KTB) ຈຳນວນ 100.640 ລ້ານໂດລາສະຫະລັດ.

ໂຄງການໄຟຟ້ານໍ້າງຽບ 1
ລຮລ ຖືຮຸ້ນ 25% ໃນບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ. ມູນຄ່າທັງໝົດຂອງໂຄງການ 906 ລ້ານໂດລາສະຫະລັດ,ໃນນັ້ນປະກອບດ້ວຍເງິນກູ້ຢືມຂອງບໍລິສັດໂຄງການ 643,30 ລ້ານໂດລາສະຫະລັດ ແລະ ເງິນທຶນປະກອບຮຸ້ນ 262,76 ລ້ານໂດລາສະຫະລັດ ໂດຍອີງໃສ່ອັດຕາສ່ວນເງິນກູ້ຂອງບໍລິສັດໂຄງການ ແລະ ເງິນທຶນປະກອບຮຸ້ນ ແມ່ນ 71/29. ລຮລ ປະກອບທຶນຮຸ້ນຈໍານວນ 65,69 ລ້ານໂດລາສະຫະລັດ. ໃນປີ 2014 ລຮລ ໄດ້ເຊັນສັນຍາກູ້ຢືມເງິນຕໍ່ຈາກລັດຖະບານທີ່ໄດ້ຈາກແຫຼ່ງທຶນເງິນກູ້ທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC), ທະນາຄານສົ່ງອອກ - ນໍາເຂົ້າ ປະເທດໄທ (Exim Bank) ແລະ ທະນາຄານກຸງເທບ (BBL) ເປັນຈຳນວນທັງໝົດ 103,5 ລ້ານໂດລາສະຫະລັດ.