ສະພາບໍລິຫານ ຂອງ ລຮລ

ໂທລະສັບ(865-21)263805-06

ສະພາບໍລິຫານ ຂອງ ລຮລ

ສະພາບໍລິຫານຂອງ ລຮລ ໄດ້ສ້າງຕັ້ງຂຶ້ນວັນທີ 21/02/2005, ໂດຍດໍາລັດຂອງກະຊວງການເງິນສະບັບເລກທີ 0454/ກງ. ລຮລ ບໍລິຫານໂດຍສະພາບໍລິຫານ, ສະພາບໍລິຫານປະກອບມີ 5 ທ່ານ, ທີ່ເປັນຕົວແທນຂອງລັດຖະບານ ແລະ ລຮລ.

• ປະທານສະພາບໍລິຫານມາຈາກກະຊວງການເງິນ.
• ຮອງປະທານສະພາບໍລິຫານໜຶ່ງທ່ານແມ່ນຕົວແທນຈາກກະຊວງພະລັງງານ ແລະ ບໍ່ແຮ່. ຄະນະກໍາມະການສະພາບໍລິຫານໜຶ່ງທ່ານມາຈາກກະຊວງແຜນການ ແລະ ການລົງທຶນ, ອີກໜຶ່ງທ່ານແມ່ນຜູ້ອໍານວຍການ ລຮລ ແລະ ຕົວແທນກໍາມະບານໜຶ່ງທ່ານມາຈາກ ລຮລ. ປະທານສະພາບໍລິຫານໄດ້ແຕ່ງຕັ້ງພະນັກງານ ລຮລ ເປັນເລຂາເພື່ອຮັບຜິດຊອບກະກຽມເນື້ອໃນ ແລະ ບົດບັນທຶກກອງປະຊຸມ, ມະຕິຕົກລົງ ແລະ ແຈ້ງຜົນກອງປະຊຸມໃຫ້ປະທານບໍລິຫານ ແລະ ຄະນະກໍາມະການ.
• ກອງປະຊຸມສະພາບໍລິຫານໂດຍທົ່ວໄປຈະດຳເນີນໃນທຸກໆສາມເດືອນ. ກອງປະຊຸມວິສາມັນອາດຈະຈັດຂຶ້ນໄວກວ່າກໍານົດ ແລະ ທຸກເວລາ ຂຶ້ນກັບຄວາມຮຽກຮ້ອງຕ້ອງການໃນການດໍາເນີນທຸລະກິດຂອງ ລຮລ.
• ສະພາບໍລິຫານ ແລະ ຜູ້ອໍານວຍການມີຄວາມຮັບຜິດຊອບ ຊີ້ນໍາ-ນໍາພາ ລຮລ ໃນການດໍາເນີນທຸລະກິດໃຫ້ບັນລຸຕາມແຜນການທີ່ໄດ້ວາງໄວ້ ຢ່າງມີປະສິດທິຜົນ.

ໂຄງຮ່າງການຈັດຕັ້ງ