ກ່ຽວກັບຂີ້ເທົ່າລອຍ

ໂທລະສັບ (865-21)263805-06

ຂີ້ເທົ່າລອຍ

1. ຂີ້ເທົ່າລອຍແມ່ນຫຍັງ

ຂີ້ເທົ່າລອຍແມ່ນຜະລິດຕະພັນຈາກການເຜົາຖ່ານຫີນທີ່ຜະລິດຈາກໂຮງຜະລິດໄຟຟ້າພະລັງງນຄວາມຮ້ອນ. ໃນລະຫວ່າງການເຜົາໄໝ້, ສ່ວນປະສົມຂອງແຮ່ທາດໃນຖ່ານຫີນ (ດິນໜຽວ, feldspar, quartz, ແລະ shale) ຈະຫຼອມລະລາຍໃນຂະບວນການເຜົາໄໝ້ ແລະ ລອຍອອກຈາກເຕົາເຜົາໃໝ້ ພ້ອມກັບທາດອາຍເສຍ. ເມື່ອຂີ້ເທົ່າລອຍຈັບຕົວລວມກັນ, ມັນຈະເຢັນລົງ ແລະ ແຂງຕົວ ເປັນອະນຸພາກກົມໃສ ທີ່ມີຮູບຊົງກົມທີ່ເອີ້ນວ່າຂີ້ເທົ່າລອຍ. ຂີ້ເທົ່າລອຍ ຖືກລວບລວມຈາກແກັສອາຍເສຍ ໂດຍເຄື່ອງດັກຈັບໄຟຟ້າສະຖິດ ຫລື ຖົງກອງຝຸ່ນ. ຜົງລະອຽດຄ້າຍຄືກັບຊີມັງ portland ແຕ່ມັນແຕກຕ່າງທາງເຄມີ. ຂີ້ເທົ່າລອຍທຳປະຕິກິລິຍາທາງເຄມີ ກັບຜະລິດຕະພັນທາດແຄລຊຽມໄຮໂດຼອົກໄຊ (calcium hydroxide) ທີ່ປົດປ່ອຍອອກມາຈາກ ປະຕິກິລິຍາເຄມີລະຫວ່າງຊີມັງ ແລະ ນ້ຳ ເພື່ອສ້າງເປັນຜະລິດຕະພັນເພີ່ມເຕີມກ່ຽວກັບການເຊື່ອມສານດ້ວຍຊີມັງ ເພື່ອປັບປຸງຄຸນສົມບັດທີ່ຕ້ອງການຂອງເບຕົງ. ຂີ້ເທົ່າລອຍທັງໝົດສະແດງຄຸນລັກສະນະຊີມັງໃນລະດັບທີ່ແຕກຕ່າງກັນໄປຕາມລະດັບ, ໂດຍອີງຕາມຄຸນລັກສະນະທາງເຄມີ ແລະ ທາງກາຍະພາບ ຂອງທັງຂີ້ເທົ່າລອຍ ແລະ ຊີມັງ. ເມື່ອປຽບທຽບກັບຊີມັງ ແລະ ນ້ຳ, ປະຕິກິລິຍາທາງເຄມີລະຫວ່າງຂີ້ເທົ່າລອຍ ແລະ ແຄວຊ້ຽມໄຮໂດຼອົກໄຊ ໂດຍປົກກະຕິແມ່ນຊ້າລົງ ສົ່ງຜົນເຮັດໃຫ້ເບຕົງແຂງຊ້າລົງ. ການແຂງຕົວແບບຖ່ວງເວລາຂອງເບຕົງ ບວກເຂົ້າກັບການປ່ຽນແປງຂອງຄຸນລັກສະນະຂີ້ເທົ່າລອຍ ສາມາດສ້າງສິ່ງທ້າທາຍທີ່ສຳຄັນ ສຳລັບຜູ້ຜະລິດເບຕົງ ແລະ ຜູ້ຕົບແຕ່ງຜີວໜ້າເບຕົງ ໃນເວລາເທເບຕົງສຳເລັດຮູບ.

2. ຄຸນປະໂຫຍດການນຳໃຊ້ ຂີ້ເທົ່າລອຍຢູ່ຫົງສາ

ຄຸນປະໂຫຍດ ແລະ ຂໍ້ດີຂອງຂີ້ເທົ່າລອຍໄດ້ຖືກເຜີຍແຜ່ເປັນຢ່າງດີ ໃນໄລຍະ 50 ປີທີ່ຜ່ານມາຂີ້ເທົ່າລອຍເປັນຜະລິດຕະພັນ ໄດ້ຈາກກາກອຸດສາຫະກຳມາເປັນທີ່ຍອມຮັບວ່າເປັນວັດສະດຸກໍ່ສ້າງ ວັດສະດຸກໍ່ສ້າງທີ່ຈະຫຼຸດລົງພະລັງງານ ໂດຍລວມຂອງສະພາບແວດລ້ອມ ທີ່ຖືກສ້າງຂຶ້ນ ແລະ ເມື່ອໃຊ້ແທນຊີມັງກໍ່ຈະຊ່ວຍຫຼຸດຜ່ອນການປ່ອຍອາຍ CO2 ສູ່ບັນຍາກາດ, ການນໍາໃຊ້ທົ່ວໄປຂອງຂີ້ເທົ່າລອຍ ລວມມີ:

- ເປັນວັດຖຸດີບສ່ວນປະສົມໃນການຜະລິດຊີມັງ
- ວັດສະດຸເພີ່ມເຕີມໃນການຜະລິດຊີມັງ
- ວັດສະດຸໂຄງສ້າງ ສຳລັບຖົມດິນ ແລະ ເຂື່ອນ
- ສ່ວນປະກອບໃນການຮັກສາສະຖຽນລະພາບ ແລະ / ຫຼື ການແຂງຕົວ
- ສ່ວນປະກອບໃນການຟື້ນຟູສະພາບດິນ
- ການກໍ່ສ້າງເຂື່ອນ (RCC) -dams ແລະ ພື້ນທີ່ແຂງ
- ສ່ວນປະກອບຂອງຜະລິດຕະພັນກັນຊຶມ
- ສ່ວນປະກອບຊັ້ນພື້ນທາງ, ຊັ້ນຮອງພື້ນທາງ ແລະ ຊັ້ນໜ້າທາງ.
- ເປັນວັດສະດຸປະສົມ Asphalt ຄອນກຼິດ
- ສ່ວນປະກອບຂອງ Geopolymer ຄອນກຼິດ ທີ່ໃຊ້ໃນການກໍ່ສ້າງຢູ່ເຂດນ້ຳເຄັມ