ໂຄງການໄຟຟ້ານ້ຳງຽບ 1

Call Us Now (865-21)263805-06

1. ປະຫວັດຄວາມເປັນມາຂອງໂຄງການ

ໂຄງການໄຟຟ້ານ້ຳງຽບ 1 ແມ່ນໂຄງການໄຟຟ້າພະລັງນ້ຳທີ່ມີກໍາລັງຕິດຕັ້ງທັງໝົດ 290 MW ຕັ້ງຢູ່ແຂວງ ບໍລິຄຳໄຊ ແລະ ແຂວງໄຊສົມບູນຂອງ ສປປ ລາວ ໂດຍພາຍໃຕ້ການດໍາເນີນງານ ຂອງບໍລິສັດ ໄຟຟ້ນ້ຳງຽບ 1 ຈຳກັດ ເພື່ອຜະລິດພະລັງງານທີ່ສະອາດ ເປັນມິດຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍມີເປົ້າໝາຍສະໜອງພະລັງງານທົດແທນທີ່ສະອາດ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.
ໂຄງການປະກອບມີ 2 ເຂື່ອນ ແລະ 2 ໂຮງຈັກໄຟຟ້າ ທີ່ແຂວງບໍລິຄຳໄຊ, ເຂື່ອນໃຫຍ່ມີຄວາມສູງ 167 ແມັດ ແລະ ອ່າງເກັບນໍ້າມີເນື້ອທີ່ປະມານ 67 ກມ2 ຊຶ່ງກວມເອົາບາງສ່ວນຂອງແຂວງບໍລິຄໍາໄຊ ແລະ ແຂວງໄຊສົມບູນ. ປະຊາຊົນ 4.000 ຄົນ ສ່ວນໃຫຍ່ແມ່ນຊົນເຜົ່າມົ້ງ ໄດ້ຖືກຍົກຍ້າຍຈັດສັນໄປຢູ່ເຂດບ້ານຈັດສັນຫ້ວຍສູບ (ບ້ານພູໂຮມໄຊ) ທີ່ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ໂຮງຈັກໄຟຟ້າທີ່ເຂື່ອນໃຫຍ່ສາມາດຜະລິດກະແສໄຟຟ້າ 272 MW ເພື່ອຂາຍສົ່ງອອກໃຫ້ປະເທດໄທ ແລະ ຈະປ່ອຍນໍ້າລົງສູ່ອ່າງເກັບນ້ຳຂອງເຂື່ອນທີສອງ ເອີ້ນວ່າ ເຂື່ອນດັດສົມນ້ຳ. ໂຮງຈັກຂອງເຂື່ອນດັດສົມນໍ້າສາມາດຜະລິດກະແສໄຟຟ້າໄດ້ 18 MW ເພື່ອຊົມໃຊ້ພາຍໃນທ້ອງຖິ່ນ. ເຂື່ອນດັດສົມນ້ຳຄວບຄຸມການປ່ອຍນ້ຳໃຫ້ສະໝ່ຳສະເໝີເພື່ອຫຼີກລ້ຽງຜົນກະທົບຂອງປະຊາຊົນທີ່ອາໄສຢູ່ລຽບຕາມລຳແມ່ນ້ຳງຽບ ແລະ ຫຼຸດຜ່ອນການເຊາະເຈື່ອນທີ່ອາດຈະເກີດຈາກການໄຫຼຂອງນ້ຳໃນເຂດລຸ່ມເຂື່ອນ.
ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ໄດ້ເຮັດວຽກຮ່ວມກັບປະຊາຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອສ້າງເຮືອນໃໝ່ທີ່ມີຄຸນນະພາບ ແລະ ສິ່ງອຳນວຍຄວາມສະດວກ ສໍາລັບປະຊາຊົນທີ່ຖືກຍົກຍ້າຍມາຢູ່ບ້ານພູໂຮມໄຊ ພ້ອມທັງສ້າງແຜນງານເພື່ອປັບປຸງຊີວິດການເປັນຢູ່ ສໍາລັບປະຊາຊົນທີ່ຖືກກະທົບໂດຍກົງຈາກໂຄງການ.
ການປົກປັກຮັກສາສິ່ງແວດລ້ອມມີຄວາມສຳຄັນຕໍ່ຜົນສຳເລັດໃນໄລຍະຍາວຂອງໂຄງການ ສະນັ້ນບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຈຶ່ງໄດ້ຕັ້ງຫ້ອງການສະເພາະໃນການບໍລິຫານສິ່ງແວດລ້ອມເພື່ອຮັບປະກັນ ແລະ ເຮັດໃຫ້ຜົນກະທົບຂອງໂຄງການມີໜ້ອຍທີິ່ສຸດພ້ອມທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປູກຈິດສໍານຶກດ້ານການອະນຸລັກສິ່ງແວດລ້ອມໃນລະ ດັບຊາດອີກດ້ວຍ.

2. ທີ່ຕັ້ງຂອງໂຄງການ

ໂຄງການດັ່ງກ່າວຕັ້ງຢູ່ສາຍນ້ຳງຽບ ເຊິ່ງເປັນສາຂາຂອງແມ່ນ້ຳຂອງ, ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 150 ກມ. ນ້ຳງຽບມີຕົ້ນກຳເນີດຢູ່ແຂວງຊຽງຂວາງ ແລະ ມີຄວາມຍາວປະມານ 160 ກມ, ມີລະດັບຄວາມສູງ 1.300 ມ. ໄຫຼປ່ອງໃສ່ແມ່ນ້ຳຂອງ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ພື້ນທີ່ໂຄງການໄດ້ຂະຫຍາຍຈາກແຂວງບໍລິຄຳໄຊ ໄປຫາ ແຂວງໄຊສົມບູນ.
ເຂື່ອນໃຫຍ່, ເຂື່ອນນ້ອຍ ແລະ ໂຮງຈັກໄຟຟ້າ ຕັ້ງຢູ່ເມືອງບໍລິຄັນ, ແຂວງບໍລິຄຳໄຊ ໃນຂະນະທີ່ສ່ວນໃຫຍ່ຂອງພື້ນທີ່ອ່າງເກັບນ້ຳ ຢູ່ເຂດເມືອງຮົ່ມ, ແຂວງໄຊສົມບູນ.

3. ປະຫວັດຄວາມເປັນມາຂອງໂຄງການ.

ໂຄງການໄຟຟ້ານ້ຳງຽບ 1 ໄດ້ເລີ່ມຕົ້ນສຶກສາຄວາມເປັນໄປໄດ້ໃນປີ 1991. ຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ຜູ້ພັດທະນາໂຄງການໃນເບື້ອງຕົ້ນໄດ້ໝົດອາຍຸໃນປີ 1996 ແລະ ລັດຖະບານລາວໄດ້ສະເໜີໃຫ້ອົງການຮ່ວມມືສາກົນຍີປຸ່ນ (JICA) ເຂົ້າມາດຳເນີນການສຶກສາຄວາມເປັນໄປໄດ້ດ້ານເສດຖະກິດເຕັກນິກ ແລະ ສິ່ງແວດລ້ອມສັງຄົມ.
ການສຶກສາຄວາມເປັນໄປໄດ້ຂອງໂຄງການ ໂດຍ JICA ໄດ້ດຳເນີນໃນສອງໄລຍະຄື: ແຕ່ປີ 1998-2000 ແລະ ປີ 2001 -2002 ໄດ້ຢັ້ງຢືນຄວາມເປັນໄປໄດ້ທາງດ້ານເຕັກນິກຂອງໂຄງການບົນພື້ນຖານການກໍ່ສ້າງ, ການດໍາເນີນງານ, ການມອບໂອນ ແລະ ໃຫ້ຄໍາແນະນໍາໃນການພັດທະນາໂຄງການ ຕ້ອງຄຳນຶງເຖິງການປົກປ້ອງທາງດ້ານໂຄງສ້າງ, ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ.
ບໍລິສັດໄຟຟ້າຄັນໄຊຂອງຍີ່ປຸ່ນ ແລະ ຄູ່ຮ່ວມງານອື່ນໆ ທີ່ສົນໃຈໃນໂຄງການໄດ້ຮ່ວມມືກັນດໍາເນີນການສຶກສາຕື່ມອີກໃນເດືອນ ພຶດສະພາ ປີ 2003 ແລະ ໃນເດືອນ ເມສາ ປີ 2006 ກໍໄດ້ເຊັນສັນຍາເພື່ອພັດທະນາໂຄງການກັບລັດຖະບານ. ບໍລິສັດ ໄຟຟ້າຄັນໄຊ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ເຂົ້າຮ່ວມເພື່ອພັດທະນາໂຄງການໃນປີຕໍ່ມາ. ການປຶກສາຫາລືຢ່າງຕໍ່ເນື່ອງກັບປະຊາຊົນທີ່ອາໄສໃນເຂດຂອງໂຄງການໄດ້ດຳເນີນໄປພ້ອມໆກັບການສຶກສາດ້ານເຕັກ ນິກຂອງພູມປະເທດ ແລະ ທໍລະນີສາດ. ສ່ວນໃນດ້ານການພັດທະນາທາງກົດໝາຍ, ບົດບັນທຶກຄວາມເຂົ້າໃຈສະບັບປັບປຸງກ່ຽວກັບລາຄາໄຟຟ້າໄດ້ສຳເລັດລົງໃນເດືອນ ກໍລະກົດ ປີ 2011 ແລະ ສັນຍາຊື້ຂາຍໄຟຟ້າກໍ່ໄດ້ຖືກເຊັນ ໃນປີ 2013.
ໃນທ້າຍປີ 2013 ຫາຕົ້ນປີ 2014 ການກະກຽມກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນ ໂດຍວາງແຜນສ້າງທາງເພື່ອເຂົ້າເຖິງເຂດໂຄງການ. ອີງໃສ່ການບັນລຸຂໍ້ຕົກລົງກັບປະຊາຊົນທ້ອງຖິ່ນຂອງໂຄງການ, ການກໍ່ສ້າງທາງໄດ້ດຳເນີນໄປພ້ອມໆ ກັບກະກຽມການຈັດສັນຍົກຍ້າຍ ແລະ ການຊົດເຊີຍໃຫ້ປະຊາຊົນຜູ້ທີ່ຖືກກະທົບຈາກໂຄງການ. ໃນເດືອນ ເມສາ ປີ 2014 ການປືກສາຫາລືກັບຜູ້ມີສ່ວນຮ່ວມຂອງໂຄງການໃນລະດັບຊາດ ໂດຍການເຂົ້າຮ່ວມຂອງປະຊາຊົນໃນເຂດໂຄງການ, ພະນັກງານທ້ອງຖິ່ນ, ບັນດາຜູ້ພັດທະນາຂອງໂຄງການ ແລະ ຜູ້ໃຫ້ເງິນກູ້ຂອງໂຄງການກໍ່ໄດ້ເລີ່ມຕົ້ນ ພາຍຫຼັງການປະຊຸມປຶກສາຫາລືຂັ້ນບ້ານ, ເມືອງ ແລະ ແຂວງໄດ້ສິ້ນສຸດລົງ. ໃນເດືອນກັນຍາຂອງປີດຽວກັນກໍ່ໄດ້ບັນລຸຂໍ້ຕົກລົງທາງດ້ານການເງິນ ພາຍຫຼັງບັນດາຜູ້ໃຫ້ທຶນກູ້ຢືມ 9 ທະນາຄານທີ່ໃຫ້ການສະໜັບສະໜູນໂຄງການໄດ້ບັນລຸຂໍ້ຕົກລົງທາງດ້ານກົດໝາຍ ແລະ ງົບປະມານ ຊຶ່ງເຮັດໃຫ້ສາມາດເລີ່ມຕົ້ນການກໍ່ສ້າງຢ່າງເຕັມຮູບແບບ.

4. ບັນດາຂາຮຸ້ນຂອງບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ

ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ ປະກອບມີ 3 ຂາຮຸ້ນຄື: ບໍລິສັດ KPIC ເນເທີແລນຖືຮຸ້ນ 45% ເປັນສາຂາຂອງບໍລິສັດ ໄຟຟ້າ ຄັນໄຊ ຍີ່ປຸ່ນ, ການໄຟຟ້າຝ່າຍຜະລິດສາກົນແຫ່ງປະເທດໄທ (EGATi) ຖືຮຸ້ນ 30% ແລະ ລັດວິສາຫະກິດຖືຮຸ້ນລາວ ຖືຮຸ້ນ 25%. ເມື່ອສັນຍາສໍາປະທານໄດ້ສິ້ນສຸດລົງໃນປີ 2046 ໂຄງການ ຈະຖືກມອບໂອນໃຫ້ແກ່ລັດຖະບານລາວ.

ການອອກແບບຂອງໂຄງການ

ໂຄງການໄຟຟ້ານໍ້າງຽບ 1 ໄດ້ຖືກອອກແບບເພື່ອຮັບເອົາທ່າແຮງດ້ານພະລັງງານໄຟຟ້າ ຂອງພາກສ່ວນລຸ່ມຂອງແມ່ນໍ້າງຽບໂດຍການສ້າງອ່າງເກັບນໍ້າທີ່ສະໜອງນ້ຳໃຫ້ແກ່ເຮືອນຈັກໄຟຟ້າຊຶ່ງຕັ້ງຢູ່ລຸ່ມເຂື່ອນ, ກະແສໄຟຟ້າທີ່ຜະລິດຈາກເຂື່ອນນີ້ຈະສົ່ງຂາຍໄປໃຫ້ປະເທດໄທ.
ເຂື່ອນທີ 2 ແລະ ອ່າງເກັບນໍ້າຂະໜາດນ້ອຍ ຖືກສ້າງຂຶ້ນທີ່ເຂດລຸ່ມເຂື່ອນໃຫຍ່ເພື່ອຄວບຄຸມການໄຫຼຂອງນ້ຳໃຫ້ສະໝ່ຳສະເໝີ ແລະ ເພື່ອຫຼຸດຜ່ອນຜົນກະທົບໃຫ້ມີໜ້ອຍທີ່ສຸດຕໍ່ແມ່ນໍ້າສາຍດັ່ງກ່າວ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມລຳແມ່ນ້ຳງຽບ. ໂຮງຈັກໄຟຟ້າຂະໜາດນ້ອຍທີ່ຕັ້ງຢູ່ເຂື່ອນດັດສົມນໍ້າໄດ້ຜະລິດກະແສໄຟຟ້າເພື່ອຊົມໃຊ້ພາຍໃນປະເທດ.

ເຂື່ອນໃຫຍ່

ເຂື່ອນໃຫຍ່ທີ່ມີຄວາມສູງ 167 ມ ມີອ່າງເກັບນ້ຳທີ່ມີເນື້ອທີ່ 67 ກມ2 ເມື່ອລະດັບນໍ້າເຕັມອ່າງ ໂດຍໄດ້ມີການກຳນົດຄວາມສູງ ແລະ ປະລິມານການກັກເກັບນ້ຳເພື່ອຫຼຸດຜ່ອນຈໍານວນປະຊາຊົນທີ່ຖືກຜົນກະທົບຈາກລະດັບນ້ຳ. ແຕ່ອ່າງເກັບນໍ້າສາມາດກັກເກັບນໍ້າໄດ້ 1.192 ລ້ານ ມ3. ຄວາມເລິກສະເລ່ຍຂອງອ່າງ ແມ່ນ 74 ມ ຊຶ່ງຈຸດເລິກສຸດແມ່ນ 150 ມ ແລະ ຈຸດຕື້ນສຸດແມ່ນມີພຽງແຕ່ບໍ່ເທົ່າໃດແມັດເທົ່ານັ້ນຈາກຈຸດໄກສຸດຂອງເຂື່ອນ ໂດຍສະເລ່ຍແລ້ວແມ່ນ 70 ກມ ຈາກໜ້າເຂື່ອນ.
ເຂື່ອນໃຫຍ່ມີຄວາມຍາວປະມານ 530 ມ ແລະ ນ້ຳຈາກອ່າງເກັບນ້ຳທີ່ເຂື່ອນໃຫຍ່ຈະຕົກລົງຈາກຄວາມສູງປະມານ 132 ມ ໄປຫາໂຮງຈັກໄຟຟ້າໃຫຍ່ທີ່ຕັ້ງຢູ່ທາງເບື້ອງຊ້າຍຂອງແມ່ນ້ຳເມື່ອເບິ່ງໄປຫາເຂດລຸ່ມເຂື່ອນ. ເຂື່ອນໃຫຍ່ມີ 4 ປະຕູປ່ອຍນ້ຳ ແລະ ຈະນໍາໃຊ້ເຂົ້າໃນການລະບາຍນ້ຳໃຫ້ໄວຂຶ້ນຖ້າຫາກອ່າງເກັບນ້ຳໃກ້ຈະເຕັມອ່າງເພື່ອຫຼຸດຜ່ອນການໄຫຼກະທັນຫັນຂອງນໍ້າໄປຫາເຂດລຸ່ມເຂື່ອນ ແລະ ຍັງສາມາດປ່ອຍນ້ຳ 5.200 ແມັດກ້ອນຕໍ່ວິນາທີ ຊຶ່ງພຽງພໍກັບການຮັບມືກັບເຫດການໄພນ້ຳຖ້ວມໃນຮອບວຽນ 1.000 ປີ.
ໂຮງຈັກໄຟຟ້າມີຈັກປັ່ນໄຟຟ້າຟຣານຊິດ 2 ໜ່ວຍ ທີ່ສາມາດຜະລິດກະແສໄຟຟ້າໄດ້ 272 MW ແລະ ໃນປີໜຶ່ງສາມາດສະໜອງກະແສໄຟໄດ້ 1.546 GWh ໃຫ້ແກ່ສະຖານີໄຟຟ້າທີ່ຕັ້ງຢູ່ໃກ້ເຂດໂຄງການ.

ຂື່ອນດັດສົມນໍ້າ (ເຂື່ອນນ້ອຍ)
ນ້ຳທີ່ປ່ອຍຈາກ ໂຮງຈັກໄຟຟ້າຂອງເຂື່ອນໃຫຍ່ຈະໄຫຼສູ່ອ່າງເກັບນ້ຳຂອງເຂື່ອນດັດສົມນ້ຳ ເພື່ອຮັກສາການໄຫຼຂອງນໍ້າສູ່ເຂດລຸ່ມເຂື່ອນໃຫ້ມີຄວາມສະໝ່ຳສະເໝີ ແລະ ເປັນປົກກະຕິ. ເຂື່ອນດັດສົມນ້ຳ ຈະຮັບເອົານໍ້າທີ່ປ່ອຍມາຈາກ ເຂື່ອນໃຫຍ່ ເພື່ອຜະລິດກະແສໄຟຟ້າສໍາລັບຊົມໃຊ້ພາຍໃນປະເທດ ແລະ ປ່ອຍນ້ຳທີ່ຜະລິດ ໄຟຟ້າດັ່ງກ່າວ ລົງສູ່ເຂດລຸ່ມເຂື່ອນຕະຫຼອດ 24 ຊົ່ວໂມງ. ລະບົບດັດສົມຂອງເຂື່ອນດັດສົມນ້ຳ ຈະຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມທີ່ອາດຈະເກີດຈາກ ລະດັບການຂຶ້ນລົງຂອງນໍ້າກະທັນຫັນ.
ເຂື່ອນດັດສົມນ້ຳແມ່ນຕັ້ງຫ່າງຈາກເຂື່ອນໃຫຍ່ 6,2 ກມ ໄດ້ຮັບເອົານ້ຳທີ່ປ່ອຍມາຈາກເຂື່ອນໃຫຍ່ໂດຍຜ່ານໂຮງຈັກໄຟຟ້າຂອງເຂື່ອນດັດສົມນ້ຳແລ້ວໄຫຼສູ່ເຂດລຸ່ມເຂື່ອນ. ເຂື່ອນດັດສົມນ້ຳແມ່ນລະບົບການໄຫຼອິດສະຫຼະ ສ້າງຂື້ນດ້ວຍເບຕົງແບບຖ່ວງນ້ຳໜັກທີ່ມີຄວາມຍາວ 90 ມ ແລະ ສູງ 20 ມ.
ໂຮງຈັກໄຟຟ້າຂອງເຂື່ອນດັດສົມນ້ຳມີກຳລັງການຜະລິດ 18 MW ແລະ ຈັກປັ່ນໄຟຟ້າ single bulb type turbine ສາມາດຜະລິດກະແສໄຟຟ້າໄດ້ 105 GWh ຕໍ່ປີ ເພື່ອຂາຍໃຫ້ລັດວິສະຫະກິດໄຟຟ້າລາວ.

5. ຂໍ້ມູນດ້ານເຕັກນິກ
ອ່າງເກັບນ້ຳຂອງເຂື່ອນໃຫຍ່
ເນື້ອທີ່ໜ້າຕັດຂອງອ່າງ 66,9 ກມ2 ໃນລະດັບນໍ້າປົກກະຕິ
ປະສິດທິພາບເກັບກັກນ້ຳ 1,2 ພັນລ້ານ ມ3
ເຂດອ່າງໂຕ່ງ 3.700 ກມ2
ສະເລ່ຍນ້ຳໄຫຼເຂົ້າປະຈຳປີ 4,7 ພັນລ້ານ ມ3 ຫຼື 148,4 ມ3/ວິນາທີ
ເຂື່ອນໃຫຍ່
ຊະນິດ ເຂື່ອນ ເບຕົງອັດແໜ້ນ (RCC)
ຄວາມສູງຂອງເຂື່ອນ 167 ມ
ລວງຍາວຂອງສັນເຂື່ອນ 530 ມ
ປະສິດທິພາບການລະບາຍນ້ຳ (4 ປະຕູນ້ຳ) 5.210 ມ3 ຕໍ່ວິນາທີ
ທໍ່ສົ່ງນ້ຳເຂົ້າໂຮງຈັກໄຟຟ້າ 185 ມ
ເສັ້ນຜ່າສູນກາງຂອງທໍ່ອຸມົງ 5,2 ມ
ໂຮງຈັກໄຟຟ້າຂອງເຂື່ອນໃຫຍ່
ປະເພດກົງຫັນ ແລະ ຈັກປັ່ນໄຟຟ້າ ຈັກຟຣານຊິດ (Francis) 2 ໜ່ວຍ
ລະດັບນ້ຳທີ່ສາມາດຜະລິດໄຟຟ້າ 130,9 ມ
ກຳລັງການຕິດຕັ້ງ 272 MW
ພະລັງງານການຜະລິດສະເລ່ຍຕໍ່ປີ 1.546 GWh ຕໍ່ປີ
ສາຍສົ່ງ ໄຟຟ້າແຮງສູງ 230 kV, 125 ກມ ໄປຫາ ສະຖານີໄຟຟ້ານາບົງ
ອ່າງເກັບນ້ຳຂອງເຂື່ອນ ດັດສົມນ້ຳ
ເນື້ອທີ່ໜ້ານໍ້າຂອງອ່າງ 1,27 ກມ2 ໃນລະດັບນໍ້າປົກກະຕິ
ບໍລິມາດນໍ້າໃນອ່າງທີ່ສາມາດຜະລິດໄຟຟ້າໄດ້ 4.600.000 ມ3
ເຂດອ່າງໂຕ່ງ 3,725 ກມ 2
ເຂື່ອນດັດສົມນ້ຳ
ປະເພດເຂື່ອນ ເຂື່ອນເບຕົງແບບຖ່ວງນ້ຳໜັກ
ຄວາມສູງຂອງເຂື່ອນ 20 ມ
ລວງຍາວທັງໝົດຂອງສັນເຂື່ອນ 90 ມ
ປະສິດທິພາບການປ່ອຍນ້ຳ (fixed wheel gate) 5.210 ກມ3 ຕໍ່ວິນາທີ
ເຂື່ອນດັດສົມນ້ຳ
ປະເພດກົງຫັນ ແລະ ຈັກປັ່ນໄຟຟ້າ Bulb 1 ໜ່ວຍ
ລະດັບນ້ຳທີ່ສາມາດຜະລິດໄຟຟ້າ 12,7 ມ
ກຳລັງການຕິດຕັ້ງ 18 MW
ພະລັງງານການຜະລິດສະເລຍຕໍ່ປີ 105 GWh ຕໍ່ປີ
ສາຍສົ່ງ ໄຟຟ້າແຮງສູງ 115 kV, 40 ກມ ໄປຫາ ສະຖານີໄຟຟ້າ ປາກຊັນ
6. ການຂາຍພະລັງງານ

ພະລັງງານໄຟຟ້າ ທີ່ຜະລິດໄດ້ຈາກໂຄງການໄຟຟ້ານໍ້າງຽບ 1 ຈະຖືກສົ່ງຂາຍໃຫ້ແຫຼ່ງພະລັງານແຫ່ງຊາດຂອງລາວ ແລະ ໄທ.
ໃນເດືອນ ສິງຫາ ປີ 2013 ໂຄງການໄຟຟ້ານ້ຳງຽບ 1 ໄດ້ເຊັນສັນຍາຊື້ຂາຍໄຟຟ້າກັບລັດວິສາຫະກິດໄຟຟ້າລາວ (EDL) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT). ຂໍ້ຕົກລົງການຊື້ຂາຍໄຟຟ້າດັ່ງກ່າວໄດ້ມີເງື່ອນໄຂ ແລະ ຂໍ້ປະຕິບັດພື້ນຖານສໍາລັບການຂາຍໄຟຟ້າຈາກໂຄງການ, ລວມທັງລາຄາຕໍ່ຫົວໜ່ວຍ, ຮູບແບບການດໍາເນີນການຂັ້ນພື້ນຖານ ແລະ ໄລຍະເວລາຂອງການຂາຍ.
ໂຮງຈັກໄຟຟ້າຂອງເຂື່ອນໃຫຍ່ສາມາດຜະລິດກະແສໄຟຟ້າໄດ້ 1.546 GWh ຕໍ່ປີ, ກະແສໄຟຟ້າຖືກສົ່ງຂາຍໃຫ້ປະເທດໄທ ຜ່ານສາຍສົ່ງ 230 kV ຫາ ສະຖານີໄຟຟ້ານາບົງທີ່ວຽງຈັນ ເພື່ອສົ່ງຕໍ່ຂ້າມແມ່ນ້ຳຂອງໄປຫາປະເທດໄທ ຜ່ານສາຍສົ່ງ 500 kV.
ໂຮງຈັກໄຟຟ້າຂອງເຂື່ອນດັດສົມນ້ຳສາມາດຜະລິດກະແສໄຟຟ້າໄດ້ 105 GWh ຕໍ່ປີ, ກະແສໄຟຟ້າຂາຍໃຫ້ໄຟຟ້າລາວ ຫຼືປະມານ 7% ຂອງການຜະລິດທັງໝົດແມ່ນສົ່ງຜ່ານສາຍສົ່ງ 115 kV ໄປຫາ ສະຖານີປາກຊັນ ແຂວງບໍລິຄຳໄຊ.
ໂຄງການມີສັນຍາສຳປະທານ 27 ປີ ແລະ ໃນໄລຍະດັ່ງກ່າວ ຄາດວ່າຈະສາມາດສ້າງລາຍຮັບໃຫ້ ສປປ ລາວ ໄດ້ຫຼາຍກວ່າ 600 ລ້ານໂດລາ ສຫລ ຊຶ່ງລວມມີ ອາກອນຕ່າງໆ ແລະ ເງິນປັນຜົນຈ່າຍໃຫ້ລັດວິສະຫະກິດຖືຮຸ້ນລາວ. ນອກຈາກນີ້ ສປປ ລາວ ຄາດວ່າຈະໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມນໍາອີກ ໂດຍຜ່ານການສະໜອງໄຟຟ້າ, ການຈ້າງງານຄົນລາວ, ພື້ນຖານໂຄງລ່າງຂອງຊຸມຊົນເຊັ່ນ: ເສັ້ນທາງ-ຂົວ, ຜ່ານການນໍາໃຊ້ສິນຄ້າ ແລະ ການບໍລິການທີ່ສະໜອງໂດຍຄົນລາວ.
ໂຄງການນໍ້າງຽບ 1 ມຸ່ງໝັ້ນໃນການຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ນໍາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນລາວ.

ຂໍ້ມູນການຜະລິດ ແລະ ລາຍຮັບ(ວັນທີ 02-08/12/2021)
ຈຸດວັດແທກ ລະດັບນ້ຳ masl ການຜະລິດໄຟຟ້າຂາຍໃຫ້ EGAT GWh ການຜະລິດໄຟຟ້າຂາຍໃຫ້ EDL GWh ທຽບໃສ່ແຜນປີ (%) ແຜນການຜະລິດປີ 2021 GWh
ປັດຈຸບັນ ອາທິດຜ່ານມາ ລະດັບນໍ້າໃນອ່າງ ລະດັບສັນເຂື່ອນ masl ອາທິດນີ້ ອາທິດຜ່ານມາ ສະສົມແຕ່ 31/12/2020 ຮອດປະຈຸບັນ ອາທິດນີ້ ອາທິດຜ່ານມາ ສະສົມແຕ່ 31/12/2020 ຮອດປະຈຸບັນ EGAT EDL EGAT EDL
ສູງສຸດ ຕໍ່າສຸດ
ເຂື່ອນໃຫຍ່ 300,01 299.80 320 296 322 6,19 10.02 1.011,99 0,21 0.94 72,91 81,78 76,67 1.237,4 95,1
ເຂື່ອນນ້ອຍ 177,47 174,67 179 174 187