ປະເພດທຸລະກິດ

ໂທລະສັບ (865-21)263805-06

ປະເພດທຸລະກິດ

ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກຸມພາ 2005. ລຮລ ເປັນຫົວໜ່ວຍທຸລະກິດໜຶ່ງ ທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່, ໂດຍມີກະຊວງການເງິນເປັນເຈົ້າຂອງທຶນ 100%. ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເຂົ້າຮ່ວມຖືຮຸ້ນ, ຄຸ້ມຄອງ ແລະ ບໍລິຫານຮຸ້ນຂອງລັດຖະບານຢູ່ໃນບັນດາໂຄງການຜະລິດໄຟຟ້າ ເພື່ອສົ່ງອອກຢ່າງມີປະສິດທິຜົນ ແລະ ເກີດຜົນຕອບແທນສຸງສຸດ. ລຮລ ມີພາລະບົດບາດ ແລະ ໜ້າທີ່ຕົ້ນຕໍໃນການເຂົ້າຮ່ວມລົງທຶນກັບນັກລົງທຶນຕ່າງປະເທດ ເພື່ອພັດທະນາບັນດາໂຄງການໄຟຟ້າ ແລະ ຂົນຂວາຍແຫຼ່ງທຶນມາປະກອບເປັນເງິນຮຸ້ນຂອງຕົນໃນບັນດາໂຄງການດັ່ງກ່າວ, ຄຸ້ມຄອງບໍລິຫານໂຄງການຮ່ວມກັບຂາຮຸ້ນຕ່າງປະເທດ ໂດຍຜ່ານກອງປະຊຸມຜູ້ຖືຮຸ້ນ ແລະ ກອງປະຊຸມສະພາບໍລິຫານຂອງບໍລິສັດໂຄງການ, ຄົ້ນຄວ້າປຶກສາຫາລືກ່ຽວກັບການພັດທະນາໂຄງການ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດຂອງລັດຖະບານໃນການພັດ ທະນາເສດຖະກິດ-ສັງຄົມ, ໂດຍໃຫ້ຖືກຕ້ອງກັບສັນຍາຕ່າງໆທີ່ໄດ້ລົງນາມຮ່ວມກັບລັດຖະບານ, ຮັບປະກັນການລົງທຶນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນອກຈາກນັ້ນ, ລຮລ ຍັງມີໜ້າທີ່ໃນການເຈລະຈາ ແລະ ບໍລິຫານບັນດາສັນຍາຕ່າງໆຂອງໂຄງການ ໂດຍສະເພາະແມ່ນສັນຍາຜູ້ຖືຮຸ້ນ ແລະ ສັນຍາຜູກພັນດ້ານການເງິນ, ຄຸ້ມຄອງບໍລິຫານໜີ້ເງິນກູ້ ແລະ ເງິນຮຸ້ນ, ເງິນປັນຜົນທີ່ໄດ້ຮັບຈາກການລົງທຶນ ໂດຍມີການກວດສອບຈາກບໍລິສັດກວດສອບພາຍນອກ ແລະ ຕິດຕາມຈາກບັນດາສະຖາບັນການເງິນສາກົນຢ່າງເປັນປະຈໍາ, ລວມທັງການກວດສອບຈາກອົງການກວດສອບແຫ່ງລັດ, ຕິດຕາມຄວາມຄືບໜ້າການກໍ່ສ້າງໂຄງການ, ການດໍາເນີນການຜະລິດພະລັງງານໄຟຟ້າ ແລະ ການບໍາລຸງຮັກສາເຂື່ອນ, ເຂົ້າຮ່ວມວຽກງານກວດສອບພາຍໃນກັບບັນດາຂາຮຸ້ນຕ່າງປະເທດ, ປະສານສົມທົບກັບບັນດາຂະແໜງການ-ອົງການມະຫາພາກ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກັບໂຄງການ ໂດຍສະເພາະດ້ານສິ່ງແວດລ້ອມ-ສັງຄົມ ແລະ ການຈັດສັນຍົກຍ້າຍ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ, ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງໂຄງການ ແລະ ສະພາບການເຄື່ອນ ໄຫວທຸລະກິດຂອງ ລຮລ ໃຫ້ຂັ້ນເທິງໄດ້ຮັບຊາບໃນແຕ່ລະໄລຍະຢ່າງເປັນປົກກະຕິ. ດໍາເນີນທຸລະກິດຂາຍຂີ້ເທົ່າລອຍຈາກໂຄງການໄຟຟ້າຄວາມຮ້ອນຫົງສາຕາມການມອບໝາຍຂອງລັດຖະບານ.