ໂຄງການໄຟຟ້າຄວາມຮ້ອນຫົງສາ

Call Us Now (865-21)263805-06

ໂຄງການໄຟຟ້າຄວາມຮ້ອນຫົງສາ
ສະພາບລວມຂອງໂຄງການ

ໂຄງການໄຟຟ້າຄວາມຮ້ອນຫົງສາຕັ້ງຢູ່ເມືອງຫົງສາ ແລະ ເມືອງເງິນແຂວງໄຊຍະບູລີ, ສປປ ລາວ, ໂຄງການດັ່ງກ່າວປະກອບດ້ວຍໂຮງໄຟຟ້າ, ບໍ່ຖ່ານຫີນລິກໄນ, ບໍ່ຫີນປູນ ແລະ ພື້ນຖານໂຄງລ່າງຕ່າງໆ. ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ (HPC) ເປັນຜູ້ພັດທະນາ ແລະ ດໍາເນີນກິດຈະການໂຮງໄຟຟ້າ ແລະ ບໍ່ຖ່ານຫີນດັ່ງກ່າວ. ລັດຖະບານແຫ່ງ ສປປ ລາວ ໄດ້ເຊັນສັນຍາສໍາປະທານໃຫ້ກັບບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃນວັນທີ 30 ພະຈິກ 2009, ພະລັງງານໄຟຟ້າຈຳນວນ 1.473 MW ຈໍາໜ່າຍໃຫ້ແກ່ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ທີ່ຊາຍແດນ ລາວ-ໄທ ຕະຫຼອດໄລຍະສໍາປະທານ 25 ປີ, ສ່ວນພະລັງງານທີ່ເຫຼືອແມ່ນເພື່ອຊົມໃຊ້ຢູ່ພາຍໃນປະເທດ.



ປະຫວັດຄວາມເປັນມາ

ການຮ່ວມມື ລາວ - ໄທ ດ້ານອຸດສາຫະກຳພະລັງງານໄຟຟ້າ ແມ່ນມີມາແຕ່ປີ 1998 ໂດຍເລີ່ມຈາກໂຄງການໄຟຟ້ານ້ຳຕົກເທີນ-ຫີນບູນ ຈໍາໜ່າຍພະລັງງານໄຟຟ້າ 187 MW ໃຫ້ແກ່ປະເທດໄທ. ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ລົງນາມໃນເດືອນ ທັນວາ ປີ 2007 ລະຫວ່າງ ສປປ ລາວ ແລະ ປະເທດໄທ ໄດ້ຮັບປະກັນການສະໜອງພະລັງງານໄຟຟ້າ 7.000 MW ຈາກ ສປປ ລາວ ກ່ອນປີ 2015. ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາກໍ່ແມ່ນໜຶ່ງໃນແຜນທີ່ຈະສົ່ງອອກໄຟຟ້າໃຫ້ປະເທດໄທ. ເພື່ອໃຫ້ສຳເລັດຕາມເງື່ອນໄຂຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໃນວັນທີ 18 ທັນວາ 2006, ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນ (ສັນຍາພັດທະນາໂຄງການ) ສຳລັບໂຄງການໄຟຟ້າ ແລະ ຖ່ານຫີນລິກໄນຫົງສາ ກັບ ບໍລິສັດບ້ານປູພາວເວີ ຈໍາກັດ (BPP), ສາຂາຂອງບໍລິສັດບ້ານປູຈໍາກັດມະຫາຊົນ ກ່ຽວກັບສິດໃນການດໍາເນີນການສຶກສາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂຸດຄົ້ນບໍ່ຖ່ານຫີນລິກໄນທີ່ສະໜອງໃຫ້ແກ່ໂຮງໄຟຟ້າຖ່ານຫີນທີ່ມີກໍາລັງຕິດຕັ້ງທັງໝົດ 1.878 MW ແລະ ມີພື້ນທີ່ກໍ່ສ້າງ 76,4 ກມ2 ໃນນັ້ນລວມມີບໍຫີນປູນ ຊຶ່ງຫ່າງຈາກໂຮງໄຟຟ້າ 35 ກມ.
ວັນທີ 10 ມິຖຸນາ 2009, ຂໍ້ຕົກລົງເບື້ອງຕົ້ນ (ສັນຍາພັດທະນາໂຄງການ) ສຳລັບໂຄງການໄຟຟ້າ ແລະ ຖ່ານຫີນລິກໄນຫົງສາ ໄດ້ຕໍ່ເວລາຕື່ມຈົນຮອດວັນທີ 21 ທັນວາ ປີ 2009. ນັບແຕ່ນັ້ນມາ ບໍລິສັດບ້ານປູພາວເວີຈໍາກັດ ໄດ້ພັດທະນາ ໂຄງການ ຮ່ວມກັບ ບໍລິສັດຜະລິດໄຟຟ້າຣາດຊະບູຣີໂຮນດິ້ງຈຳກັດມະຫາຊົນ ແລະ ລັດວິສາຫະກິດຖືຮຸ້ນລາວ.



ຜົນປະໂຫຍດຂອງໂຄງການາ

ເມື່ອກໍ່ສ້າງສຳເລັດໃນປີ 2016, ໂຮງງານໄຟຟ້າປາກບໍ່ຖ່ານຫີນຫົງສາໄດ້ເຮັດໃຫ້ ສປປ ລາວ ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ຊຶ່ງມີຄວາມສາມາດຜະລິດໄຟຟ້າ 1.473 MW ເພື່ອຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ 100 MW ໃຫ້ລັດວິສາຫະກິດໄຟຟ້າລາວ ເປັນເວລາ 25 ປີ. ຜົນປະໂຫຍດທີ່ໄດ້ຮັບຈາກໂຄງການມີດັ່ງນີ້:
• ໂຄງການໄດ້ສະຫນອງໄຟຟ້າໃຫ້ ສປປ ລາວ ແລະ ໄທ
• ເປັນຕົວແບບແຫ່ງການພັດທະນາເສດຖະກິດ-ສັງຄົມທີ່ຍືນຍົງ
• ການສ້າງມາດຕະຖານຄຸນນະພາບຊີວິດຈາກລາຍຮັບທີ່ຫມັ້ນຄົງຂອງໂຄງການ
• ສ້າງໂອກາດມີວຽກເຮັດງານທຳ ແລະ ການຝຶກອົບຮົມໃຫ້ປະຊາຊົນທ້ອງຖິ່ນ
• ພັດທະນາພື້ນຖານໂຄງລ່າງ ໃຫ້ປະຊາຊົນທ້ອງຖິ່ນລວມມີສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ເຮືອນ, ເສັ້ນທາງ, ໂຮງຮຽນ, ໂຮງໝໍ ທີ່ດີກ່ວາເກົ່າ
• ລາຄາໄຟຟ້າຄົງທີ່ ບໍ່ມີຄວາມສ່ຽງເຖິງວ່າລາຄານ້ຳມັນ ແລະ ແກ໊ດຈະເໜັງຕີງ
• ການສະໜອງໄຟຟ້າຈາກໂຮງໄຟຟ້າປາກບໍ່ຖ່ານຫີນມີຄວາມຫມັ້ນຄົງສູງ ເນື່ອງຈາກບໍ່ມີຄວາມສ່ຽງໃນການຂາດ ແຄນເຊື້ອໄຟ
• ສົ່ງເສີມການຮ່ວມມືທາງດ້ານເສດຖະກິດລະຫວ່າງປະເທດໄທ ແລະ ສປປ ລາວ ຕາມສັນຍາການຊື້-ຂາຍພະລັງ ງານໄຟຟ້າລະຫວ່າງສອງປະເທດ.

ດ້ານການເງິນ

ງົບປະມານທາງການເງິນທັງຫມົດຂອງ HPC ຈໍານວນ 3.710 ລ້ານໂດລາ ສະຫະລັດ ແມ່ນມາຈາກ ທະນາຄານການຄ້າ 9 ແຫ່ງໃນປະເທດໄທ ລວມມີ: ທະນາຄານກຸງເທບ, ທະນາຄານໄທພານິດ, ທະນາຄານກຸງໄທ, ທະນາຄານອອມສິນ, ທະນາຄານກະສິກອນ, ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າແຫ່ງປະເທດໄທ, ທະນາຄານກຸງສີອາຢຸດທະຍາ ຈຳກັດ, ທະນາຄານທະນະຊາດ ແລະ ທະນາຄານທະຫານໄທຈຳກັດ ສໍາລັບເງິນກູ້ໄລຍະຍາວ (senior debts) ພາຍໃຕ້ເງື່ອນໄຂຈໍາກັດການຄິດໄລ່ດອກເບ້ຍເງິນກູ້ໂຄງການ (limited recourse project financing scheme). ການລະດົມທຶນ (Financial Close) ໄດ້ສິ້ນສຸດລົງໃນເດືອນ ສິງຫາ ປີ 2010 ແລະ ໄດ້ຖອນເງິນກູ້ງວດທໍາອິດ ໃນເດືອນ ຕຸລາ ປີ 2010. ນອກຈາກເງິນກູ້ແລ້ວຜູ້ຖືຮຸ້ນຍັງໄດ້ໃຫ້ຄໍາໝັ້ນສັນຍາສະໜອງເງິນປະກອບຮຸ້ນຂອງຕົນຕາມພາຍຫຼັງ (back-end equity injection).

ດ້ານການເງິນ

ບັນດາຂາຮຸ້ນບໍລິສັດ ໄຟຟ້າ ຫົງສາ ຈຳກັດ

ບໍລິສັດ ບ້ານປູພາວເວີ້ ຈໍາກັດ ຖືຮຸ້ນ 40%, ບໍລິສັດ ອາເອຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເຣຊັນ ຈຳກັດ (RH International Singapore Corporation Pte, Ltd) ເປັນບໍລິສັດລູກຂອງ ບໍລິສັດຣາດກຣຸບ ຈໍາກັດ (ມະຫາຊົນ) RATCH Group (ປ່ຽນຊື່ຈາກ ບໍລິສັດ ຜະລິດໄຟຟ້າຣາຊບູລີໂຮນດິງ ຈຳກັດ (ມະຫາຊົນ) - RATCH) ຖືຮຸ້ນ 40% ແລະ ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 20%. ພາລະກິດຂອງບໍລິສັດໄຟຟ້າຫົງສາ ຈຳກັດ (HPC) ແມ່ນເພື່ອດຳເນີນການຜະລິດໄຟຟ້າ, ຊຶ່ງໄດ້ສ້າງສຳເລັດ ໃນປີ 2016 ແລະ ກາຍເປັນໂຮງໄຟຟ້າທີ່ໃຫຍ່ສຸດຂອງ ສປປ ລາວ ເພື່ອສະໜອງແຫຼ່ງພະລັງງານທີ່ຍືນຍົງໃຫ້ກັບ ສປປ ລາວ ແລະ ໄທ.

ບໍລິສັດ ບ້ານປູພາວເວີ້ ຈຳກັດ (ມະຫາຊົນ)

ບໍລິສັດ ບ້ານປູພາວເວີ້ ຈໍາກັດມະຫາຊົນ ໃນເມື່ອກ່ອນແມ່ນ ບໍລິສັດ ບ້ານປູພາວເວີ້ ຈຳກັດ ເຊີ່ງເປັນບໍລິສັດ ລູກຂອງບໍລິສັດ ບ້ານປູຈຳກັດ ມະຫາຊົນ ປະຈຸບັນໄດ້ມີການຈົດທະບຽນເປັນບໍລິສັດມະຫາຊົນ ໃນປະເທດໄທ ເມື່ອວັນທີ 8 ກັນຍາ 2015 ໃນນາມບໍລິສັດຜູ້ຖືຮຸ້ນ ຂອງສິນຊັບພະລັງງານທົ່ວໄປ ແລະ ພະລັງງານທົດແທນທົ່ວເອເຊຍ ລວມທັງ ໄທ, ລາວ, ຈີນ ແລະ ຍີ່ປຸ່ນ
ບໍລິສັດ ບ້ານປູພາວເວີ້ຈໍາກັດ ມະຫາຊົນ ໄດ້ມີການພັດທະນາ, ດໍາເນີນການຜະລິດ ແລະ ລົງທືນໃນສິນຊັບພະລັງງານຫລາຍກວ່າ 20 ປີ, ບໍລິສັດໄດ້ຮັບການຍົກຍ້ອງ ແລະ ເຊື່ອຖືດ້ານມາດຕະຖານສູງສຸດໃນເວທີລະດັບພາກພື້ນ ແລະ ສາກົນໃນການດຳເນີນການຜະລິດ ແລະ ຄຸ້ມຄອງບໍລິຫານຂອງບໍລິສັດໂດຍຜ່ານປະສົບການ, ການພິສູດຂອງຕົນຢ່າງກ້ວາງຂວາງ, ບວກໃສ່ການເນັ້ນໜັກໃສ່ຄວາມຍືນຍົງ ແລະ ຄວາມຮັບຜິດຊອບທາງສັງຄົມ.

ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເຣຊັນ ຈຳກັດ

ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເຣຊັນ ຈຳກັດ ເປັນ ບໍລິສັດລູກຂອງ ບໍລິສັດ ຣາດກຣຸບ ຈໍາກັດ ມະຫາຊົນ RATCH Group (ປ່ຽນຊື່ຈາກ ບໍລິສັດ ຜະລິດໄຟຟ້າຣາຊບູລີໂຮນດິງ ຈຳກັດ ມະຫາຊົນ – RATCH) ເພື່ອດຳເນີນການລົງທຶນໃນທຸລະກິດ ພະລັງງານໃນລະດັບສາກົນ, ບໍລິສັດໄດ້ຖືກສ້າງຂື້ນໃນປີ 2010 ແລະ ຕັ້ງຢູ່ປະເທດສິງກະໂປ
ບໍລິສັດ RATCH Group ເປັນ ບໍລິສັດລົງທຶນແນວຫນ້າໃນທຸລະກິດພະລັງງານໄຟຟ້າ ຂອງປະເທດໄທ ຖືກສ້າງຕັ້ງຂື້ນໃນວັນທີ 7 ມີນາ 2000 ຕາມການຮັບຮອງຂອງຄະນະລັດຖະມົນຕີ ໃນວັນທີ 30 ພະຈິກ 1999, ມີທຶນຈົດທະບຽນທີ່ຊໍາລະແລ້ວ 14.500 ລ້ານບາດ ໃນປະຈຸບັນ RATCH Group ໄດ້ເຂົ້າຖືຮຸ້ນໃນບໍລິສັດສາຂາຕ່າງໆລວມທັງຫມົດ 14 ບໍລິສັດ ສາຂາ ແລະ ຮ່ວມລົງທຶນກັບບໍລິສັດອື່ນ ທັງໝົດ 22 ບໍລິສັດ.
ກິດຈະກຳພັດທະນາໂຄງການ ແລະ ການລົງທຶນຂອງ RATCH GROUP ແມ່ນສໍາເລັດໄດ້ຍ້ອນຄູ່ຮ່ວມທຸລະກິດ ແລະ ການລົງທຶນຮ່ວມຂອງບໍລິສັດ ຢູ່ໃນປະເທດໄທ ແລະ ປະເທດອື່ນໆ. ບ່ອນລົງທຶນເປົ້າໝາຍແມ່ນ ຢູ່ປະເທດໄທ ແລະ ທົ່ວອາຊີ-ປາຊີຟິກ. ນອກຈາກປະເທດໄທແລ້ວ ປະຈຸບັນບໍລິສັດມີໂຄງການລົງທຶນຂະໜາດໃຫຍ່ ຫຼາຍໂຄງການໃນ ສປປ ລາວ ແລະ ອົດສະຕຣາລີ, ຊຶ່ງມີທ່າແຮງສຳລັບການຂະຫຍາຍ ກຳລັງການຜະລິດສູງ ອັນເນື່ອງຈາກຄວາມຕ້ອງການໄຟຟ້າພາຍໃນປະເທດທີ່ສູງ. ການແຈກຢາຍຊັບພະຍາກອນໃນບັນດາປະເທດດັ່ງກ່າວ ແມ່ນຄ້າຍຄືກັບປະເທດໄທ ຊຶ່ງແກສທຳມະຊາດ, ຖ່ານຫີນ ແລະ ພະລັງງານທົດແທນຖືກນຳໃຊ້ເພື່ອຜະລິດພະລັງງານໄຟຟ້າ.

ລັດວິສາຫະກິດຖືຮຸ້ນລາວ (ລຮລ)

ລັດວິສາຫະກິດຖືຮຸ້ນລາວ (ລຮລ) ແມ່ນບໍລິສັດ ຂອງລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກຸມພາ ປີ 2005, ຊຶ່ງຕາງໜ້າໂດຍກະຊວງການເງິນ. ລຮລ ມີໜ້າທີ່ຕົ້ນຕໍໃນການເຂົ້າຮ່ວມລົງທຶນກັບນັກລົງທຶນຕ່າງປະເທດ ເພື່ອພັດທະນາບັນດາໂຄງການໄຟຟ້າ ແລະ ຂົນຂວາຍແຫຼ່ງທຶນມາປະກອບເປັນເງິນຮຸ້ນຂອງຕົນ, ຄຸ້ມຄອງບໍລິຫານໂຄງການຮ່ວມກັບຂາຮຸ້ນ ໃນບໍລິສັດໄຟຟ້ານ້ຳເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້ານ້ຳງຽບ 1 ແລະ ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ. ພ້ອມດຽວກັນນີ້ ລຮລ ຍັງໄດ້ຖືກມອບໝາຍໃຫ້ດໍາເນີນທຸລະກິດຂາຍຂີ້ເທົ່າລອຍທີ່ເກີດຈາກຂະບວນການເຜົາໄໝ້ຖ່ານຫີນເພື່ອຜະລິດກະແສໄຟຟ້າໃນໂຄງການໄຟຟ້າຄວາມຮ້ອນຫົງສາ ໂດຍການມອບໝາຍຈາກ ລັດຖະບານ. www.laoholding.com

ຄະນະກໍາມະການ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ
ຂໍ້ມູນດ້ານເຕັກນິກໂຮງງານໄຟຟ້າ

ການກຳນົດແບບຂອງໂຮງງານໄຟຟ້າໂດຍແມ່ນ ບໍລິສັດ ພອຍລີ ເອເນີຈີ ຈຳກັດ ພາຍໃຕ້ເງື່ອນໄຂຂອງຜູ້ວ່າຈ້າງຕາມສັນຍາຊື້-ຂາຍໄຟຟ້າຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (“EGAT PPA”) ລວມທັງເງື່ອນໄຂຂໍ້ກຳນົດຂອງເອກະສານການປະເມີນຜົນກະທົບທາງສິ່ງແວດລ້ອມ (“EIA”)


ການອອກແບບໂຮງງານໄຟຟ້າ

ການກຳນົດແບບຂອງໂຮງງານໄຟຟ້າໂດຍແມ່ນ ບໍລິສັດ ພອຍລີ ເອເນີຈີ ຈຳກັດ ພາຍໃຕ້ເງື່ອນໄຂຂອງຜູ້ວ່າຈ້າງຕາມສັນຍາຊື້-ຂາຍໄຟຟ້າຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (“EGAT PPA”) ລວມທັງເງື່ອນໄຂຂໍ້ກຳນົດຂອງເອກະສານການປະເມີນຜົນກະທົບທາງສິ່ງແວດລ້ອມ (“EIA”)

ໂຮງງານໄຟຟ້າ

ໂຮງງານໄຟຟ້າໄດ້ຮັບການອອກແບບໃຫ້ມີເຄື່ອງຈັກຜະລິດໄຟຟ້າ 3 ໜ່ວຍ ແຕ່ລະໜ່ວຍມີກຳລັງຕິດຕັ້ງ 626 MW ລວມກໍາລັງຕິດຕັ້ງທັງໝົດ 1.878 MW, ໃນຈຳນວນໄຟຟ້າທີ່ຜະລິດອອກເພື່ອຈຳໜ່າຍທັງໝົດມີ 1.653 MW, ໃນນັ້ນໄດ້ສົ່ງຂາຍໃຫ້ EGAT ຈໍານວນ 1.473 MW ພາຍໃຕ້ສັນຍາຊື້-ຂາຍ EGAT PPA, ທີ່ຊາຍແດນລາວ-ໄທ ແລະ ສົ່ງຂາຍໃຫ້ ລັດວິສາຫະກິດໄຟຟ້າລາວ (EDL) ຈໍານວນ 100 - 175 MW ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ EDL PPA, ທີ່ສະຖານີໄຟຟ້າເມືອງຫົງສາ ແລະ ສ່ວນທີ່ເຫຼືອແມ່ນສູນເສຍລະຫວ່າງນຳສົ່ງ.

ການດໍາເນີນການຜະລິດ ຂອງໂຮງງານໄຟຟ້າ

ການຜະລິດໄຟຟ້າຈະຖືກຄວບຄຸມ ແລະ ຕິດຕາມຈາກສູນຄວບຄຸມ, ແຕ່ລະຫນ່ວຍຈະຖືກຕິດຕັ້ງລະບົບຄວບຄຸມອັດຕະໂນມັດ ເພື່ອປະຕິບັດຕາມເງື່ອນໄຂການຜະລິດ, ຮັບປະກັນການດຳເນີນງານທີ່ມີປະສິດຕິພາບສູງ, ຮັບປະກັນຄວາມໜ້າເຊື່ອຖື ແລະ ຄວາມປອດໄພຂອງໂຮງງານໄຟຟ້າ. ນອກຈາກນີ້ໂຮງງານໄຟຟ້າໄດ້ດຳເນີນການຜະລິດຕາມຂໍ້ກຳນົດທາງດ້ານສິ່ງແວດລ້ອມຂອງທະນາຄານໂລກປີ 2007 (WBEG 07).


ສາຍສົ່ງ ແລະ ສະຖານີໄຟຟ້າ

ເພື່ອສະໜອງໄຟຟ້າໃຫ້ກັບລະບົບສາຍສົ່ງ ລາວ-ໄທ, ສາຍສົ່ງ 500 kV ລະບົບວົງຈອນຄູ່ທີ່ມີລວງຍາວ 67 Km ໄດ້ຮັບການຕິດຕັ້ງຈາກໂຮງໄຟຟ້າຫາຊາຍແດນ ເພື່ອເຊື່ອມຕໍ່ເຂົ້າກັບລະບົບສາຍສົ່ງຂອງໄທ ແລະ ຕິດຕັ້ງສາຍສົ່ງ 115 kV ລະບົບວົງຈອນຄູ່ຈາກໂຮງໄຟຟ້າ ຫາ ສະຖານີຈ່າຍໄຟຟ້າໃກ້ເມືອງຫົງສາທີ່ມີລວງຍາວ 4 Km ແລະ ເຊື່ອມຕໍ່ໃສ່ສະຖານີຈ່າຍໄຟຟ້າຫລວງພະບາງ 2 ມີລວງຍາວ 101,2 Km ເພື່ອສະຫນອງໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ.


ບໍ່ຖ່ານຫີນ

ຖ່ານຫີນລິກໄນ ຖືກນຳໃຊ້ເປັນເຊື້ອໄຟຫຼັກ ແລະ ນ້ຳມັນກາຊວນຖືກນຳໃຊ້ໃນເວລາແລ່ນເຄື່ອງຈັກເບື້ອງຕົ້ນ ໃນການປະເມີນທາງດ້ານທໍລະນີສາດ ແຫຼ່ງບໍ່ຖ່ານຫີນລິກໄນຢູ່ເມືອງຫົງສາຄາດວ່າຈະມີປະລິມານທັງໝົດ 577,4 ລ້ານໂຕນ ໃນຄວາມເລິກຈາກຫນ້າດິນປະມານ 350 ມ ທີ່ຕັ້ງຢູ່ໃກ້ຄຽງໂຮງໄຟຟ້າ. ໃນຄະນະດຽວກັນນັ້ນ ຄາດຄະເນວ່າ ປະລິມານຖ່ານຫີນລິກໄນມີສໍາຮອງທັງຫມົດ 436,9 ລ້ານໂຕນ. ບໍລິສັດ ໂຄງການ ໄດ້ວາງແຜນຂຸດຄົ້ນປະມານ 370,8 ລ້ານໂຕນ. ໃນການຂຸດຄົ້ນແຮ່ລິກໄນຈະຕ້ອງໄດ້ບຸກເບີກຊັ້ນດີນ ແລະ ຫີນຊັ້ນເທິງອອກໃນປະລິມານ 1.250 ລ້ານແມັດກ້ອນ ກໍ່ໃຫ້ເກີດມີອັດຕາສ່ວນດິນຕໍ່ແຮ່ທາດໂດຍສະເລ່ຍປະມານ 3,4:1 (BCM:t). ໂດຍສະເລ່ຍຄາດວ່າຈະມີການນໍາໃຊ້ລິກໄນ 14,3 ລ້ານໂຕນຕໍ່ປີ. ປະລິມານແຮ່ສະສົມຂອງບໍ່ເປີດຖ່ານຫີນລິກໄນຫົງສາຈະມີອາຍຸການຂຸດຄົ້ນ 26 ປີ.
ດັ່ງທີ່ຮູ້ກັນແລ້ວວ່າຖ່ານຫີນລິກໄນຂ້ອນຂ້າງຕິດໄຟງ່າຍ ແລະ ໂຮງໄຟຟ້າແມ່ນຕັ້ງຢູ່ໃກ້ບໍ່, ເຊິ່ງຈະມີການຈັດເກັບລິກໄນທີ່ພຽງພໍສຳລັບການຜະລິດ 2 ອາທິດຢູ່ສາງເກັບຖ່ານຫີນໃກ້ກັບໂຮງໄຟຟ້າ ເພື່ອຮັບປະກັນການສະຫນອງໃນເວລາເກີດມີບັນຫາການຂຸດຄົ້ນຖ່ານຫີນ. ລານເກັບຖ່ານຫີນຈະເຮັດຫນ້າທີ່ສະຫນອງຖ່ານຫີນລິກໄນ ແລະ ເປັນສາງເກັບຮັກສາຄຸນນະພາບຖ່ານຫີນລິກໄນຕາມກໍານົດ ຈະຖືກລຳລຽງໄປສູ່ຈຸດຂົນສົ່ງດ້ານຫລັງຂອງສາງ ລະຫວ່າງບໍ່ຖ່ານຫີນ ແລະ ໂຮງໄຟຟ້າດ້ວຍລະບົບສາຍພານຄູ່.


ລະບົບຈັດສົ່ງນ້ຳພາຍໃນໂຄງການ

ນ້ຳທີ່ໃຊ້ສຳລັບໂຮງງານໄຟຟ້າຫົງສາແມ່ນໄດ້ມາຈາກອ່າງເກັບນ້ຳ 2 ແຫ່ງ ທີ່ຢູ່ດ້ານທິດຕາເວັນອອກ ແລະ ທິດຕາເວັນຕົກຂອງໂຮງງານໄຟຟ້າ ນ້ຳຈາກອ່າງເກັບທາງທິດຕາເວັນຕົກ ໄດ້ນຳໃຊ້ໃນໄລຍະການກໍ່ສ້າງໂຮງງານໄຟຟ້າ ແລະ ໃນປະຈຸບັນຍັງສືບຕໍ່ນໍາໃຊ້ໃນໂຄງການ. ນ້ຳຈາກອ່າງທາງທິດຕາເວັນອອກໄດ້ນໍາໃຊ້ໃນຂະບວນການຜະລິດຂອງໂຮງງານໄຟຟ້າ. ນ້ຳທີ່ໄດ້ຈາກ ເຂື່ອນນ້ຳແກ່ນ ແລະ ນ້ຳເລືອກ ໃນລະດັບຄວາມສາມາດສູງສຸດໃນການສະໜອງນ້ຳແມ່ນ ອ່າງເກັບນ້ຳທາງທິດຕາເວັນອອກ ສາມາດສະໜອງນ້ຳຢ່າງຫນ້ອຍ 5 ມື້ຕໍ່ການຜະລິດຂອງໂຮງງານໄຟຟ້າ.
ເຂື່ອນນ້ຳແກ່ນຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງໂຮງງານໄຟຟ້າ ແລະ ເຂື່ອນນ້ຳເລືອກຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງໂຮງງານໄຟຟ້າ.
ນ້ຳຈາກເຂື່ອນນ້ຳເລືອກໄດ້ຖືກສົ່ງເຖິງໂຮງງານໄຟຟ້າດ້ວຍລະບົບການໄຫຼທີ່ອາໄສແຮງດັນຈາກຄວາມຖ່ວງຕາມທຳມະຊາດ (gravity) ຂະນະທີ່ເຂື່ອນນ້ຳແກ່ນແມ່ນໄດ້ສ້າງສະຖານີສູບນ້ຳເພື່ອໃຊ້ໃນໂຮງງານໄຟຟ້າ.


ລະບົບເສັ້ນທາງເຂົ້າຫາເຂດໂຄງການ

ລະບົບເສັ້ນທາງພາຍໃນໂຄງການມີຄວາມຍາວທັງຫມົດປະມານ 62 ກມ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃຫມ່. ໃນນີ້ 38 ກມ ໄດ້ຮັບການພັດທະນາໃຫ້ໄດ້ລະດັບມາດຕະຖານສາກົນ ແລະ ສ່ວນທີ່ເຫລືອ 24 ກມ ແມ່ນຄວາມຍາວລວມຂອງທາງ 3 ເສັ້ນ ເຂົ້າສູ່ບໍ່ຫີນປູນ, ເຂື່ອນນ້ຳແກ່ນ ແລະ ເຂື່ອນນ້ຳເລືອກ. ລາຍລະອຽດມີດັ່ງນີ້:
1. ໂຮງໄຟຟ້າຫາຊາຍແດນລາວ-ໄທ 32 ກມ
2. ທາງເວັ້ນ ບ້ານຫານ (ເມືອງຫົງສາ) 6 ກມ
3. ທາງເຂົ້າບໍ່ຫີນປູນ (ເມືອງເງິນ) 7 ກມ
4. ທາງເຂົ້າເຂື່ອນນ້ຳແກ່ນ (ເມືອງຫົງສາ) 12 ກມ
5. ທາງເຂົ້າເຂື່ອນນ້ຳເລືອກ (ເມືອງຫົງສາ)5 ກມ


ໝູ່ບ້ານຈັດສັນຍົກຍ້າຍ

ຜົນກະທົບທາງສັງຄົມຂອງໂຄງການແມ່ນອະທິບາຍໃນເອກະສານປະເມີນຜົນກະທົບທາງສັງຄົມ (SIA) ແລະ ໄດ້ຖືກແກ້ໄຂ ຕາມເງື່ອນໄຂແຜນປະຕິບັດງານການຈັດສັນ.
ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການໄດ້ຖືກຍົກຍ້າຍໄປຢູ່ເຂດຈັດສັນ 2 ແຫ່ງທີ່ໄດ້ສ້າງຂຶ້ນຢູ່ເຂດ ບ້ານນາບາໂລນ ແລະ ບ້ານນາຈ່ານ.
ພື້ນຖານໂຄງລ່າງໄດ້ຖືກສ້າງຂຶ້ນເພື່ອບໍລິການປະຊາຊົນທີ່ຖືກຍົກຍ້າຍລວມທັງປະຊາຊົນທ້ອງຖິ່ນເດີມ. ໄດ້ຂື້ນແຜນງົບປະ ມານປະມານ 31,8 ລ້ານໂດລາ ສະຫະລັດ ເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດແຜນງານຈັດສັນ ແລະ ເພື່ອຮັບປະກັນວ່າ ຄຸນນະພາບຊີວິດຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແມ່ນດີຂື້ນກວ່າເກົ່າ ຫຼື ຢ່າງໜ້ອຍກໍດີຄືເກົ່າ.

ປະເພດເຮືອນຈັດສັນ



I. ຂໍ້ມູນການຜະລິດ ແລະ ລາຍຮັບ(ວັນທີ 03-09/12/2021)
ລະຫວ່າງວັນທີ ການຜະລິດໄຟຟ້າຂາຍໃຫ້ EGAT GWh ການຜະລິດໄຟຟ້າຂາຍໃຫ້ EDL GWh ທຽບໃສ່ແຜນປີ% ແຜນການຜະລິດປີ 2021 GWh
ອາທິດນີ້ ອາທິດກ່ອນ ສະສົມຮອດປະຈຸບັນ ອາທິດນີ້ ອາທິດກ່ອນ ສະສົມຮອດປະຈຸບັນ EGAT EDL EGAT EDL
05-11/12/2021 249,43 248,47 10.567,34 15,92 15,7 598,33 94,91 90,03 11.133,52 664,55