ໂຄງການໄຟຟ້ານ້ຳເທີນ 2

ໂທລະສັບ(865-21)263805-06

ຄວາມໝາຍ ແລະ ຄວາມສຳຄັນຂອງໂຄງການ

ໂຄງການໄຟຟ້ານ້ຳເທີນ 2 ແມ່ນການລົງທຶນດ້ານການພັດທະນາພະລັງງານໄຟຟ້ານ້ຳຕົກ, ເປັນໂຄງການຜະລິດໄຟຟ້າເອກະລາດ (IPP) ຂະໜາດໃຫຍ່ແຫ່ງທຳອິດໃນ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນດ້ານການເງິນຈາກບັນດາສະຖາບັນການເງິນສາກົນ ລວມທັງ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ, ເປັນໂຄງການບູລິມະສິດຂອງລັດຖະບານລາວ ຊຶ່ງມີເປົ້າໝາຍສຳຄັນໃນການສະໜອງພະລັງງານໄຟຟ້າທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ-ສັງຄົມ ເພື່ອສົ່ງຂາຍໄຟຟ້າໄປຍັງປະເທດເພື່ອນບ້ານ ແລະ ຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ. ພາຍຫຼັງທີ່ໄດ້ວາງແຜນ ແລະ ກໍ່ສ້າງເປັນເວລາເກືອບ 2 ທົດສະວັດ, ໂຄງການນ້ຳເທີນ 2 ເລີ່ມຜະລິດໄຟຟ້າຢ່າງເປັນທາງການໃນປີ 2010. ໂຮງຈັກໄຟຟ້າມີກຳລັງຕິດຕັ້ງ 1.070 MW, ສາມາດຜະລິດໄຟຟ້າໄດ້ 6.000 GWh ຕໍ່ປີ ໃນນັ້ນ 95% ແມ່ນສົ່ງຂາຍໃຫ້ປະເທດໄທ. ສ່ວນທີ່ເຫຼືອ 5% ໄວ້ເພື່ອຊົມໃຊ້ພາຍໃນປະເທດ. ໂຄງການນ້ຳເທີນ 2 ໄດ້ຮັບການອອກແບບ ໂດຍເຊື່ອມໂຍງແຜນງານທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ເພື່ອຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນທ້ອງຖິ່ນ, ລະບົບນິເວດວິທະຍາ ແລະ ປັບປຸງມາດຕະຖານການດຳລົງຊີວິດຂອງປະຊາຊົນໃນເຂດໂຄງການຢ່າງທົ່ວເຖິງ. ແຜນງານເຫຼົ່ານີ້ໄດ້ກວມເອົາເຂດອ່າງໂຕ່ງ, ເຂດອ່າງເກັບນ້ຳ ແລະ ເຂດເບື້ອງລຸ່ມຂອງແມ່ນ້ຳ, ຊຶ່ງໄດ້ຮັບການອອກແບບໂດຍການປຶກສາຫາລືກັບຊຸມຊົນທ້ອງຖິ່ນ, ພາຍໃຕ້ຂໍ້ກຳນົດ ແລະ ຄຳແນະນຳຂອງບັນດາສະຖາບັນການເງິນສາກົນຕ່າງໆ. ໂຄງການໄຟຟ້ານ້ຳເທີນ 2 ເປັນໂຄງການໜຶ່ງທີ່ມີຄວາມສຳຄັນໃນການພັດທະນາ ສປປ ລາວ ແລະ ຄາດວ່າຈະສ້າງລາຍຮັບ ເຂົ້າງົບປະມານລັດຖະບານ ປະມານ 2 ຕື້ໂດລາ ສະຫະລັດ ໃນໄລຍະສຳປະທານ 25 ປີ.

1 ທີ່ຕັ້ງໂຄງການ
ທີ່ຕັ້ງຂອງໂຄງການ ແມ່ນມີຄວາມເໝາະສົມຫຼາຍສຳລັບໂຄງການເຂື່ອນໄຟຟ້າຂະໜາດໃຫຍ່. ທີ່ຕັ້ງພູມສາດທາງທຳມະຊາດ ຂອງພູພຽງນາກາຍ ແລະ ເຂດພື້ນທີ່ອ້ອມຮອບ ໃນບໍລິເວນນັ້ນ ແມ່ນມີຄຸນລັກສະນະສະເພາະທີ່ເໝາະສົມທີ່ສຸດສໍາລັບການພັດທະນາໄຟຟ້າພະລັງງານນໍ້າ.

NAM THEUN2 LOCATION
2. ປະຫວັດຄວາມເປັນມາຂອງໂຄງການ
ທ່າແຮງບົ່ມຊ້ອນໃນການຜະລິດໄຟຟ້າພະລັງງານນໍ້າຕາມສາຍນໍ້າເທີນຢູ່ເຂດພູພຽງນາກາຍ ໄດ້ຄົ້ນພົບເຫັນແຕ່ປີ 1927 ແຕ່ວ່າບໍ່ໄດ້ດຳເນີນການສຶກສາລະອຽດ, ຈົນເຖິງຊຸມປີ 1970 ຈຶ່ງເລີ່ມດຳເນີນການສຶກສາລະອຽດກ່ຽວກັບຄວາມເປັນໄປໄດ້ຂອງໂຄງການ. ໃນຊຸມປີ 1980 ລັດຖະບານລາວ ໄດ້ມີເປົ້າໝາຍໃຫ້ໂຄງການນ້ຳເທີນ 2 ໃຫ້ເປັນສິ່ງຂັບເຄື່ອນທີ່ສຳຄັນສຳລັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ໄດ້ເຊີນທະນາຄານໂລກ ໃຫ້ເຂົ້າຮ່ວມໃນໂຄງການ. ລັດຖະບານ ແລະ ຜູ້ລົງທຶນເອກະຊົນຫຼາຍພາກສ່ວນ ໄດ້ຮ່ວມກັນສ້າງຕັ້ງບໍລິສັດຂຶ້ນມາ ແລະ ໃສ່ຊື່ວ່າ "Nam Theun 2 Electricity Consortium (NTEC)" ເພື່ອສຶກສາຄົ້ນຄວ້າ ແລະ ພັດທະນາໂຄງການດັ່ງກ່າວ. ໃນປີ 1994 ບໍລິສັດໄຟຟ້າຝຣັ່ງ ແລະ ບໍລິສັດ ມະຫາຊົນ ອີຕາລຽນ-ໄທ ພັດທະນາ ແຫ່ງປະເທດໄທ ໄດ້ເຂົ້າຮ່ວມໃນໂຄງການ ແລະ ເລີ່ມຕົ້ນເຂົ້າສູ່ໄລຍະການພັດທະນາ. ການອອກແບບ, ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ແມ່ນໃຊ້ເວລາຫຼາຍກວ່າ 10 ປີ. ຕໍ່ມາ ບໍລິສັດ NTEC ໄດ້ປ່ຽນຊື່ເປັນ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ (NTPC), ການຈັດຫາແຫຼ່ງທຶນຂອງໂຄງການກໍ່ໄດ້ຄ່ອຍໆເປັນຮູບເປັນຮ່າງຂຶ້ນ ແລະ ກິດຈະກຳການກໍ່ສ້າງຢ່າງເຕັມຮູບແບບ ກໍ່ໄດ້ເລີ່ມຕົ້ນຂຶ້ນໃນເດືອນມິຖຸນາ 2005.
1 / 11
ການສຶກສາທ່າແຮງດ້ານພະລັງງານໄຟຟ້າໃນສາຍນ້ຳເທີນປີ 1970
2 / 11
ການກໍ່ສ້າງໂຄງການໄດ້ເລີ່ມຈັດຕັ້ງປະຕິບັດ ໃນປີ 2005
3 / 11
ການປິດການລະດົມທຶນ ແລະ ເລີ່ມການກໍ່ສ້າງຢ່າງເປັນທາງການໃນເດືອນ 5/2005
4 / 11
ພິທີວາງສີລາລຶກການກໍ່ສ້າງໂຄງການໄຟຟ້ານ້ຳເທີນ 2 ເດືອນ 11/2005
5 / 11
ການກໍ່ສ້າງບ້ານຈັດສັນຍົກຍ້າຍຂອງປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການ
7 / 11
ເຂື່ອນໃຫຍ່ນາກາຍ
8/ 11
ລະບົບສາຍສົ່ງ 500 kV ເພື່ອສົ່ງພະລັງງານໄຟຟ້າໄປປະເທດໄທ
9 / 11
ໂຮງຈັກໄຟຟ້າ
10/ 11
ດ້ານໃນໂຮງຈັກໄຟຟ້າ
11 / 11
ພິທີເປີດການຂາຍໄຟຟ້າຢ່າງເປັນທາງການ ເດືອນ 12/2010
11 / 11
ການສ້າງລາຍຮັບດ້ານການປູກຝັງ ຢູ່ບ້ານຈັດສັນຍົກຍ້າຍ

3. ບັນດາຂາຮຸ້ນ ແລະ ດ້ານການເງິນໂຄງການ
ບັນດາຂາຮຸ້ນຂອງໂຄງການ
ບໍລິສັດໄຟຟ້າຝຣັ່ງ ຖືຮຸ້ນ 40% ນອກຈາກເປັນຜູ້ຖືຮຸ້ນໃນໂຄງການແລ້ວ ຍັງໄດ້ເປັນຜູ້ຮັບເໝົາໃຫຍ່ໃນການກໍ່ສ້າງໂຄງການ, ການປະສານງານດ້ານການກໍ່ສ້າງ ແລະ ສະໜອງບຸກຄະລະກອນລະດັບຜູ້ບໍລິຫານໃຫ້ແກ່ NTPC. ກຸ່ມບໍລິສັດ EDF ເປັນຜູ້ນຳໜ້າດ້ານຕະຫຼາດພະລັງງານໃນເອີຣົບ ແລະ ເຊື່ອມໂຍງດ້ານພະລັງງານ.
ລັດວິສາຫະກິດຖືຮຸ້ນລາວ (ລຮລ) ຖືຮຸ້ນ 25% ແມ່ນບໍລິສັດ ຂອງລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກຸມພາ ປີ 2005, ຊຶ່ງຕາງໜ້າໂດຍກະຊວງການເງິນ. ລຮລ ມີໜ້າທີ່ຕົ້ນຕໍໃນການເຂົ້າຮ່ວມລົງທຶນກັບນັກລົງທຶນຕ່າງປະເທດ ເພື່ອພັດທະນາບັນດາໂຄງການໄຟຟ້າ ແລະ ຂົນຂວາຍແຫຼ່ງທຶນມາປະກອບເປັນເງິນຮຸ້ນຂອງຕົນ, ຄຸ້ມຄອງບໍລິຫານໂຄງການຮ່ວມກັບຂາຮຸ້ນ ໃນບໍລິສັດໄຟຟ້ານ້ຳເທີນ 2. ນອກຈາກນັ້ນ ຍັງໄດ້ຖືຮຸ້ນໃນໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້ານ້ຳງຽບ 1 ແລະ ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ ໂດຍການມອບໝາຍຈາກ ລັດຖະບານ.
ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈຳກັດ (EGCO) ຖືຮຸ້ນ 35% ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1992 ໂດຍປະຕິບັດຕາມນະໂຍບາຍການຫັນເປັນເອກະຊົນຂອງລັດຖະບານໄທ ສຳລັບຂະແໜງພະລັງງານ. ເປັນຜູ້ຜະລິດພະລັງງານເອກະລາດແຫ່ງທຳອິດຢູ່ປະເທດໄທ. EGCO ໄດ້ຮັບການສ້າງຂຶ້ນເພື່ອຜະລິດພະລັງງານໄຟຟ້າໃຫ້ແກ່ EGAT ພາຍໃຕ້ຂໍ້ຕົກລົງໃນການຈັດຊື້ພະລັງງານໃນໄລຍະຍາວ.
ດ້ານການເງິນໂຄງການ
ອົງປະກອບເບື້ອງຕົ້ນດ້ານການເງິນທັງໝົດມີ 1.580 ລ້ານໂດລາ ສະຫະລັດ, ການລະດົມທຶນໃຫ້ແກ່ NTPC ໄດ້ເຮັດສຳເລັດໃນເດືອນພຶດສະພາ 2005. ໃນນີ້ຈໍານວນ 1.250 ລ້ານໂດລາ ສະຫະລັດ ແມ່ນຄ່າໃຊ້ຈ່າຍພື້ນຖານເຂົ້າໃນການກໍ່ສ້າງຂອງໂຄງການ, ສ່ວນທີ່ເຫຼືອແມ່ນ ເງິນແຮເພີ່ມເຕີມ ແລະ ຄ່າຄ້ຳປະກັນດ້ານສິ່ງອຳນວຍຄວາມສະດວກຕ່າງໆ.
ການກະກຽມດ້ານການເງິນຂອງໂຄງການ: NTPC ຈະໄດ້ຮັບການຈ່າຍຄ່າໄຟຟ້າເປັນເງິນໂດລາ ສະຫະລັດ ແລະ ເງິນບາດໄທ ແຍກກັນ, ດັ່ງນັ້ນ ຈຳນວນເງິນທີ່ກູ້ຢືມ ແມ່ນໄດ້ຮັບເຄິ່ງໜຶ່ງເປັນເງິນໂດລາ ສະຫະລັດ ແລະ ອີກເຄິ່ງໜຶ່ງເປັນເງິນບາດໄທ.
ການກູ້ຢືມທີ່ມີສິດໄດ້ຮັບການຊຳລະກ່ອນ ໃນສະກຸນເງິນໂດລາ ສະຫະລັດລວມມີ ການຄ້ຳປະກັນຄວາມສ່ຽງທາງການເມືອງ ຈາກທະນາຄານພັດທະນາອາຊີ (ADB), ທະນາຄານໂລກ ແລະ ອົງການຄ້ຳປະກັນການລົງທຶນຫລາຍຝ່າຍ (MIGA), ການສະໜັບສະໜູນສິນເຊື່ອການສົ່ງອອກ ຈາກອົງການ COFACE ຂອງປະເທດຝຣັ່ງ, EKN ຂອງປະເທດສະວີເດັນ ແລະ GIEK ຂອງປະເທດນໍເວ, ເງິນກູ້ຢືມໂດຍກົງຈາກບັນດາອົງການພັດທະນາແບບທະວິພາຄີ ແລະ ພະຫຸພາຄີ ລວມທັງ ADB, ທະນາຄານນໍດິກເພື່ອການລົງທຶນ, ອົງການເພື່ອການພັດທະນາແຫ່ງປະເທດຝຣັ່ງເສດ (AFD), PROPARCO ແລະ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າ ແຫ່ງປະເທດໄທ.
ທະນາຄານການຄ້າສາກົນ 9 ທະນາຄານ (ANZ, BNP Paribas, BOTM, Calyon, Fortis Bank, ING, KBC, SG ແລະ ທະນາຄານ Standard Chartered) ແລະ ທະນາຄານການຄ້າຂອງປະເທດໄທອີກ 7 ແຫ່ງ (ທະນາຄານກຸງເທບ, ທະນາຄານອາຍຸທະຍາ, ກະສິກອນ, ກຸງສີ, ທະນາຄານນະຄອນຫຼວງໄທ, ໄທພານິດ ແລະ ທະນາຄານທະຫານໄທ) ແມ່ນສະໜອງສິນເຊື່ອໄລຍະຍາວໃຫ້ແກ່ NTPC.
ນອກເໜືອຈາກການກູ້ຢືມທີ່ມີສິດໄດ້ຮັບການຊຳລະກ່ອນ, ຜູ້ຖືຮຸ້ນ ໄດ້ສຳເລັດການລະດົມທຶນໃຫ້ແກ່ໂຄງການ ດ້ວຍການປະກອບທຶນຕົນເອງຕາມອັດຕາສ່ວນທີ່ຕົນຖືຮຸ້ນໃນ NTPC. ການປະກອບທຶນຂອງ LHSE ແມ່ນໄດ້ຮັບການສະໜອງດ້ານການເງິນດ້ວຍຮູບແບບກູ້ຢືມ, ເງິນຊ່ວຍເຫຼືອລ້າ ແລະ ຮູບແບບດ້ານການເງິນອື່ນໆຈາກບັນດາສະຖາບັນຕ່າງໆ ລວມທັງ AFD, ADB, ທະນາຄານເພື່ອການລົງທຶນຢູໂຫຼບ ແລະ ທະນາຄານໂລກ.
ການເຊື່ອມໂຍງພາຍນອກກັບເວັບໄຊ໌ຂອງສະຖາບັນການເງິນຕ່າງໆ:
• ທະນາຄານໂລກ World Bank: www.worldbank.org
• ທະນາຄານພັດທະນາອາຊີ Asian Development Bank: www.adb.org
• ອົງການເພື່ອການພັດທະນາແຫ່ງປະເທດຝຣັ່ງ Agence Francaise de Developpement: www.afd.fr
• ທະນາຄານເພື່ອການລົງທຶນຢູໂຫຼບ European Investment Bank: www.eib.org
4. ຂໍ້ມູນດ້ານເຕັກນິກ
ຄຸນລັກສະນະຂອງໂຄງສ້າງ:
• ໂຕເຂື່ອນສູງ 39 ມ, ຍາວ 436 ມ, ເປັນເຂື່ອນເບຕົງອັດແໜ້ນ (RCC) ທີ່ປະກອບມີປະຕູປ່ອຍນ້ຳ; • ອ່າງເກັບນ້ຳ 450 ກມ2 (ໃນລະດັບນ້ຳສູງສຸດ) ພ້ອມທັງປະລິມານນໍ້າທີ່ກັກເກັບໄວ້ໃຊ້ງານ (active storage) 3.530 ລ້ານແມັດກ້ອນ; • ເຂດພື້ນທີ່ອ່າງໂຕ່ງ 4.039 ກມ2; • ຄວາມສູງລະຫວ່າງອ່າງເກັບນ້ຳ ແລະ ເຮືອນຈັກ ໂດຍສະເລ່ຍ 348 ມ; • ໂຮງໄຟຟ້າ ປະກອບມີ ຈັກປັ່ນໄຟ 4 x 250 MW (ສຳລັບສະໜອງພະລັງງານໄຟຟ້າໃຫ້ແກ່ EGAT) ແລະ ຈັກປັ່ນໄຟ ເພັນຕັນ 2 x 37,5 MW (ສຳລັບສະໜອງພະລັງງານໄຟຟ້າໃຫ້ແກ່ EDL); • ລະບົບສາຍສົ່ງ ວົງຈອນຄູ່ 115 kV ສົ່ງໄຟຟ້າໄປຫາມະຫາໄຊ ຢູ່ ສປປ ລາວ; • ລະບົບສາຍສົ່ງວົງຈອນຄູ່ 500 kV ຄວາມຍາວ 138 ກິໂລແມັດ ສົ່ງໄຟຟ້າໄປຫາຊາຍແດນໄທ • ລະບົບສາຍສົ່ງວົງຈອນຄູ່ ຄວາມຍາວ 160 ກິໂລແມັດ ສົ່ງໄຟຟ້າຈາກຊາຍແດນໄທ ໄປຫາ ແຂວງຮ້ອຍເອັດ (ສ້າງ ແລະ ສະໜອງທຶນໂດຍ EGAT)

ຂໍ້ມູນດ້ານອຸທົກກະສາດ
ກະແສການໄຫຼຂອງນ້ຳເທີນ ໄດ້ຮັບການວັດແທກ, ທັງທາງກົງ ແລະ ທາງອ້ອມ, ນັບແຕ່ປີ 1950 ແລະ ການບັນທຶກ ສະແດງໃຫ້ເຫັນປະລິມານການໄຫຼສະເລ່ຍ 7,5 ຕື້ແມັດກ້ອນຂອງນ້ຳໃນແຕ່ລະປີ.
ຂີດຄວາມສາມາດຂອງອ່າງເກັບນ້ຳແມ່ນ 3,9 ຕື້ແມັດກ້ອນ ແລະ ອີງຕາມຄ່າສະເລ່ຍໄລຍະຍາວ ສາມາດກັກເກັບ ນ້ຳໃຫ້ເຕັມໄດ້ຢ່າງງ່າຍດາຍໃນລະດູຝົນ. ຄວາມຈິງແລ້ວ ອີງຕາມສະຖິຕິທີ່ມີຢູ່ ກະແສໄຫຼຂອງນ້ຳເທີນ ແມ່ນຫຼາຍກວ່າຂີດຄວາມສາມາດທັງໝົດຂອງອ່າງເກັບນ້ຳ 49 ໃນ 50 ປີ ນັບແຕ່ເລີ່ມມີການບັນທຶກ, ໝາຍຄວາມວ່າ ກະແສໄຫຼຂອງນ້ຳເທີນ ອາດຈະເຕີມເຕັມອ່າງເກັບນ້ຳຄວາມສາມາດບັນຈຸທີ່ໃຊ້ເຂົ້າໃນການຜະລິດ (ເຊັ່ນ: ປະລິມານນ້ຳທີ່ສາມາດນຳໃຊ້ເພື່ອຜະລິດໄຟຟ້າ) ໃນພຽງໜຶ່ງປີ.
ສະຖິຕິດັ່ງກ່າວ ໄດ້ຊ່ວຍໃຫ້ຄູ່ຮ່ວມງານໂຄງການ ເພື່ອອອກແບບ, ພັດທະນາໂຄງການນ້ຳເທີນ 2 ແລະ ການເຈລະຈາຕໍ່ລອງ ສັນຍາຊື້-ຂາຍໄຟຟ້າ (PPA) ໃນໄລຍະຍາວຢ່າງໝັ້ນໃຈ. ເຖິງຢ່າງໃດກໍ່ດີ, ເນື່ອງຈາກຄວາມສາມາດຂອງ NTPC ໃນການສະໜອງພະລັງງານໃຫ້ແກ່ EGAT ຂຶ້ນກັບ ເງື່ອນໄຂທາງອຸທົກກະສາດ, ສັນຍາ PPA ລວມເອົາກົນໄກທີ່ຊ່ວຍໃຫ້ກະແສເງິນສົດຂອງບໍລິສັດມີສະຖຽນລະພາບ ໂດຍການຮອງຮັບຜົນກະທົບຂອງການປ່ຽນແປງທາງອຸທົກວິທະຍາຈາກປີໜຶ່ງເຖິງປີອື່ນໆ.


ເຂື່ອນ ແລະ ອ່າງເກັບນ້ຳ
ອ່າງເກັບນ້ຳຂອງໂຄງການ ກວມເອົາເນື້ອທີ່ 40% ຂອງພູພຽງນາກາຍ, ອ່າງເກັບນ້ຳດັ່ງກ່າວເປັນອ່າງທີ່ຕື້ນ (ສະເລ່ຍຄວາມເລິກປະມານ 7 ມ) ໂດຍໃນລະດັບນ້ຳສູງສຸດມີເນື້ອທີ່ 450 ກມ2 ແລະ ຈະຫຼຸດລົງ ເຫຼືອ 70 ກມ2 ໃນທ້າຍລະດູແລ້ງ.
ອ່າງເກັບນ້ຳ ໄດ້ຖືກສ້າງຂຶ້ນໂດຍການກໍ່ສ້າງເຂື່ອນເບຕົງອັດແໜ້ນ (RCC) ທີ່ສູງ 39 ມ ໂດຍມີຄວາມຍາວຂອງສັນເຂື່ອນ 325 ມ ແລະ ມີເຂື່ອນດິນຂະໜາດນ້ອຍ 13 ແຫ່ງ ຕາມແຄມຝັ່ງເບື້ອງຕາເວັນຕົກຂອງອ່າງເກັບນ້ຳ. ປະຕູລະບາຍນ້ຳ ແລະ ຝາປີກດ້ານທ້າຍເຂື່ອນໄດ້ຖືກອອກແບບເປັນພິເສດ ເພື່ອຈຸດປະສົງໃນການຄວບຄຸມລະດັບຂອງອ່າງເກັບນ້ຳ.


ຄອງສົ່ງນ້ຳເຂົ້າໂຮງຈັກໄຟຟ້າ

ຄອງສົ່ງນ້ຳເຂົ້າໂຮງຈັກໄຟຟ້າຄວາມຍາວ 5 ກມ ໄດ້ຖືກຂຸດຢູ່ພື້ນອ່າງເກັບນ້ຳ ເພື່ອສົ່ງນ້ຳທີ່ເກັບໄວ້ ໄປປະຕູນ້ຳເຂົ້າຫາໂຮງຈັກໄຟຟ້າ (Intake). ນ້ຳຈະໄຫຼຜ່ານ ອຸມົງສົ່ງນ້ຳ, ທໍ່ແຮງດັນ ແລະ ອຸມົງແຮງດັນ ທີ່ຍາວ 3 ກມ ເພື່ອສົ່ງນ້ຳ ໄປຫາໂຮງຈັກໄຟຟ້າ. ພາຍຫລັງຜ່ານກົງຫັນ ນ້ຳຈະອອກສູ່ອ່າງດັດສົມນ້ຳ, ເຊິ່ງສາມາດເກັບນ້ຳໄດ້ 8 ລ້ານ ມ3, ຊ່ວຍໃຫ້ໂຄງການຄວບຄຸມການປ່ອຍນ້ຳກັບຄືນສູ່ລະບົບນ້ຳທຳມະຊາດ. ອ່າງດັດສົມນ້ຳຈະປ່ອຍນ້ຳເຂົ້າສູ່ຄອງທີ່ສ້າງຂຶ້ນທີ່ມີຄວາມຍາວ 27 ກມ, ຊຶ່ງໄດ້ປ່ອຍນໍ້າລົງສູ່ສາຍນໍ້າເຊບັ້ງໄຟ.

ສະຖານີໄຟຟ້າ
ສະຖານີໄຟຟ້າຕັ້ງຢູ່ດ້ານລຸ່ມຂອງພູພຽງນາກາຍໃນຮ່ອມພູນ້ຳກະທ້າງ. ເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງ EGAT ສຳລັບຄວາມຕ້ອງການໄຟຟ້າລະດັບປານກາງ. ໂຮງຈັກໄຟຟ້າໄດ້ປະກອບດ້ວຍກົງຫັນ Francis ທີ່ມີກຳລັງຕິດຕັ້ງ 250 MW ຈໍານວນ 4 ໜ່ວຍ ທີ່ສາມາດສະໜອງພະລັງງານໄຟຟ້າ 995 MW ຫຼື 5.636 GWh ຕໍ່ປີ ໃຫ້ແກ່ EGAT. ນອກຈາກນັ້ນ, ກົງຫັນ Pelton ທີ່ມີ ກຳລັງຕິດຕັ້ງ 43 MW ຈໍານວນ 2 ໜ່ວຍ ສາມາດສະໜອງພະລັງງານໄຟຟ້າ 75 MW ຫຼື 300 GWh ຕໍ່ປີ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ແລະ ສາມາດສະໜອງພະລັງງານໄຟຟ້າຮັບໃຊ້ພາຍໃນໂຄງການ.

ສາຍສົ່ງໄຟຟ້າ 500 kV
ທັງຜູ້ຂາຍ (NTPC) ແລະ ຜູ້ຊື້ (EGAT) ໄດ້ສ້າງສາຍສົ່ງໄຟຟ້າຢູ່ເບື້ອງຕົນເອງ ຂອງຊາຍແດນລາວ-ໄທ ເພື່ອຈັດສົ່ງພະລັງງານໄຟຟ້າຜ່ານເຂດຊາຍແດນ. ພະລັງງານໄຟຟ້າທີ່ຜະລິດໄດ້ ແມ່ນສົ່ງຜ່ານເຂດຊາຍແດນ ໃກ້ແຂວງສະຫວັນນະເຂດ ໂດຍຜ່ານ ລະບົບສາຍສົ່ງວົງຈອນຄູ່ 500 kV ຄວາມຍາວ 138 ກມ ທີ່ໂຄງການໄດ້ກໍ່ສ້າງ. EGAT ໄດ້ກໍ່ສ້າງລະບົບສາຍສົ່ງ 500 kV ຄວາມຍາວ 160 ກມ ຈາກເຂດຊາຍແດນ ຫາສະຖານີຍ່ອຍ ຢູ່ແຂວງຮ້ອຍເອັດ ໃນເຂດຕາເວັນອອກສ່ຽງ ເໜືອຂອງປະເທດໄທ. ພະລັງງານໄຟຟ້າ ສຳລັບສົ່ງໃຫ້ EDL ແມ່ນສົ່ງຜ່ານສາຍສົ່ງໄປຫາທ່າແຂກ ຜ່ານລະບົບສາຍສົ່ງ 115 kV ທີ່ມີຄວາມຍາວ 70 ກມ. ນອກຈາກນັ້ນ EDL ຍັງຊື້ໄຟຟ້າ 15 MW ຈາກສະຖານີໄຟຟ້າ (Power Station Switchyard) ໂດຍຜ່ານສາຍສົ່ງ 22 kV ເພື່ອສົ່ງໄປບ້ານຍົກຍ້າຍຈັດສັນອີກດ້ວຍ.

ຕົວເລກການຜະລິດພະລັງງານໄຟຟ້າຂອງບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ
Period EGAT(GWh)1 EDL(GWh)2 Total(GWh)3=1+2
Plan 2022 5,485 220 5,705
Percentage(%) 70.40% 97.25% 71%
01/2022 490.60 10.20 500.80
02/2022 423.20 12.72 435.92
03/2022 515.00 33.12 548.12
QuarterI 1,428.80 56.04 1,484.84
04/2022 363.40 30.90 394.30
05/2022 367.10 30.45 397.55
06/2022 404.92 29.34 434.26
QuarterII 1,135.42 90.69 1,226.11
07/2022 639.05 31.19 670.24
08/2022 404.13 17.51 421.64
09/2022 256.73 18.53 275.25
QuarterIII 1,299.91 67.23 1,367.13
10/2022 167.40 15.79 183.19
11/2022 139.24 13.34 152.58
12/2022 - 12.31 12.31
QuarterIV 306.64 41.44 348.08
TOTAL2023 837.70 76.32 914.02
Plan 2023 4,304 220 4,524
Percentage 19% 35% 20%
01/2023 198.1 13.5 211.6
02/2023 207.6 10.15 217.75
03/2023 204.5 24.17 228.67
QuarterI 610.20 47.82 658.02
04/2023 227.5 28.5 256.00