ປະເພດຂອງທຶນ

ເບີໂທລະສັບ (865-21)263805-06

ປະເພດຂອງທຶນ

ປະເພດທຶນໄດ້ອະທິບາຍໄວ້ຂ້າງລຸ່ມນີ້ແມ່ນກ່ຽວກັບການລົງທຶນຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ) ໃນໂຄງການເຂື່ອນໄຟຟ້ານໍ້າເທີນ 2.
ທຶນຮຸ້ນທີ່ ລຮລ ປະກອບເຂົ້າຢູ່ໃນໂຄງການໄຟຟ້ານໍ້າເທີນ 2 ແມ່ນກູ້ຢືມຕໍ່ມາຈາກລັດຖະບານ (ກະຊວງການເງິນ), ຊຶ່ງແຫຼ່ງທຶນດັ່ງກ່າວແມ່ນມາຈາກຫຼາຍແຫຼ່ງ ຄື: ADB, AFD, EIB ແລະ IDA.
ເງິນກູ້ຂອງ ADB ແມ່ນມາຈາກແຫຼ່ງເງິນທຶນສາມັນ (OCR), ເງິນກູ້ນີ້ໄດ້ນຳໃຊ້ຕາມວັດຖຸປະສົງທີ່ກໍານົດໄວ້ໃນສັນຍາເງິນກູ້ ລະຫວ່າງ NTPC ແລະ ADB, ລວມດ້ວຍຄ່າໃຊ້ຈ່າຍທີ່ກ່ຽວພັນກັບບັນດາໜ້າວຽກການຈັດຊື້-ຈັດຈ້າງວັດຖຸອຸປະກອນ ແລະ ການບໍລິການ ພາຍໃຕ້ສັນຍາກໍ່ສ້າງໂຄງການ. ສ່ວນເງິນກູ້ຈາກ AFD, EIB ແລະ IDA ແມ່ນໄດ້ຖືກກໍານົດໃຫ້ນໍາໃຊ້ຕາມນະໂຍບາຍສະເພາະຂອງແຕ່ລະສັນຍາເງິນກູ້ເຂົ້າໃນການກໍ່ສ້າງໂຄງການ. ເງິນຮຸ້ນຂອງ ລຮລ ແມ່ນເງິນກູ້ຢືມຕໍ່ຈາກກະຊວງການເງິນ, ດັ່ງນັ້ນ ລຮລ ຈະຕ້ອງຈ່າຍຄືນເງິນກູ້ຢືມໃຫ້ກະຊວງການເງິນ ເພື່ອໄປສໍາລະໃຫ້ແກ່ບັນດາແຫຼ່ງທຶນທີ່ໄດ້ມາ. ວັນທີ 26 ເດືອນ ເມສາ ປີ 2005 ລັດຖະບານໄດ້ເຊັນສັນຍາເງິນກູ້ເພື່ອປະກອບເປັນທຶນຮຸ້ນຂອງ ລຮລ ໃນໂຄງການ, ຊຶ່ງປະກອບມີບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ດັ່ງລຸ່ມນີ້:

  • ສັນຍາເງິນກູ້ລະຫວ່າງລັດຖະບານລາວ (GOL) ແລະ ADB
  • ສັນຍາການເງິນລະຫວ່າງ GOL ແລະ EIB
  • ສັນຍາການຊ່ວຍເຫຼືອລ້າລະຫວ່າງ GOL ແລະ ອົງການ AFD
  • ສັນຍາການຊ່ວຍເຫຼືອລ້າລະຫວ່າງ GOL ແລະ IDA
  • ຂໍ້ຕົກລົງຂອງໂຄງການລະຫວ່າງ NTPC ແລະ ADB, AFD, EIB, IDA
  • ວັນທີ 28 ເມສາ 2005 ໄດ້ລົງນາມສັນຍາສາມຝ່າຍລະຫວ່າງ GOL ແລະ ADB, AFD, EIB, IDA ແລະ NTPC.
    ວັນທີ 03 ພຶດສະພາ 2005 ໄດ້ເຊັນສັນຍາກ່ຽວກັບການປະກອບທຶນຮຸ້ນຂອງ ລຮລ ເຂົ້າໃນໂຄງການ.
    ວັນທີ 05 ພຶດສະພາ 2005 ໄດ້ເຊັນສັນຍາເງິນກູ້ຢືມຕໍ່ລະຫວ່າງ ກະຊວງການເງິນ ແລະ ລຮລ.
    ທຶນປະກອບຮຸ້ນພື້ນຖານ ແລະ ທຶນຮຸ້ນສໍາຮອງຂອງ ລຮລ ໄດ້ຖືກໂອນເຂົ້າໄປໄວ້ໃນບັນຊີ Escrow ຢູ່ປະເທດສິງກະໂປ ພາຍໃຕ້ການຄວບຄຸມຂອງຜູ້ໃຫ້ກູ້. ສໍາລັບຜູ້ຖືຮຸ້ນອື່ນໆຂອງ NTPC ກໍ່ເຮັດເຊັ່ນດຽວກັນ.